ປະຕິກິລິຍາຂອງປະຊາຄົມສາກົນຕໍ່ກັບຄວາມເຄັ່ງຕຶງ ລະຫວ່າງ ອິດສະຣາແອນ ແລະ ອີຣານ

(VOVWORLD) -ໃນຖະແຫລງການອອກວັນທີ 13 ມິຖຸນາ, ກະຊວງການຕ່າງປະເທດ ລັດເຊຍ ສະແດງຄວາມວິຕົກກັງວົນພິເສດຕໍ່ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ ຕາເວັນອອກກາງ
ປະຕິກິລິຍາຂອງປະຊາຄົມສາກົນຕໍ່ກັບຄວາມເຄັ່ງຕຶງ ລະຫວ່າງ ອິດສະຣາແອນ ແລະ ອີຣານ - ảnh 1ຜົນຮ້າຍຢ້ອນຫລັງຈາກການບຸກໂຈມຕີ ຂອງ ອິດສະຣາແອນ ໃສ່ຖະຫນົນ ຢູ່ ນະຄອນຫລວງເຕເຮຣານ ຂອງອິຣານ.(ພາບ:REUTERS)

ວັນທີ 13 ມິຖຸນາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງ ທັງ ອິດສະຣາແອນ ແລະ ອີຣານ ສະແດງຄວາມອົດກັ້ນຢ່າງສີດຂຸດ ດ້ວຍທຸກວິທີບໍ່ຍູ້ໃຫ້ການປະທະກັນເພີ່ມຂຶ້ນ. ພ້ອມທັງສະແດງຄວາມວິຕົກກັງວົນພິເສດ ກ່ຽວກັບການບຸກໂຈມຕີຂອງ ອິດສະຣາແອນ ເລັ່ງໃສ່ບັນດາຮາກຖານນິວເຄຼຍ ໃນສະພາບການເຈລະຈາ ລະຫວ່າງ ອາເມລິກາ ແລະ ອີຣານ ພວມດຳເນີນໄປ.

ໃນຖະແຫລງການອອກວັນທີ 13 ມິຖຸນາ, ກະຊວງການຕ່າງປະເທດ ລັດເຊຍ ສະແດງຄວາມວິຕົກກັງວົນພິເສດຕໍ່ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ ຕາເວັນອອກກາງ ພ້ອມທັງຊີ້ແຈ້ງວ່າ ການກະທຳດ້ານການທະຫານຂອງ ອິດສະຣາແອນ ສຳລັບ ອີຣານ ໄດ້ລະເມີດກົດບັດ ສປຊ  ແລະ ບັນດາມາດຖານຂອງກົດໝາຍສາກົນ.

ທ່ານປະທານສະຫະພາບ ອາຟຼິກາ (AU), Mahmoud Ali Youssouf ສະແດງຄວາມວິຕົກວັງວົນຕໍ່ເລ່ືອງ ອິດສະຣາແອນ ບຸກໂຈມຕີິໃສ່ ປະມານ 100 ເປົ້າໝາຍຢູ່ ອີຣານ ແລະ ຮຽກຮ້ອງຢຸດຕິການສູ້ຢັນກັນຢ່າງທັນການ ແລະ ສອງຝ່າຍ ຕ້ອງມີຄວາມອົດກັ້ນຢ່າງສຸດຂີດ, ເນັ້ນຫນັກວ່າ ບັນດາການຜັນແປປະຈຸບັນ ແມ່ນນາບຂູ່ຢ່າງຮ້າຍແຮງເຖິງຄວາມໝັ້ນຄົງ ແລະ ສັນຕິພາບສາກົນ.

ໃນຂະນະນັ້ນ ວັນທີ 13 ມິຖຸນາ ປະທານາທິບໍດີ ອາເມລິກາ Donald Trump ໄດ້ເລັ່ງລັດ ອີຣານ ບັນລຸຂໍ້ຕົກລົງກັບ ອາເມລິກາ ພ້ອມທັງກ່າວເຕືອນຜົນຕາມມາຈະຮ້າຍແຮງກວ່າອີກ. ສ່ວນຈີນ ຄັດຄ້ານທຸກການກະທຳລ່ວງລ້ຳອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ອີຣານ, ຄັດຄ້ານຄວາມເຄ່ັງຕຶງເພີ່ມຂຶ້ນຢູ່ ພາກພື້ນ ແລະ ພ້ອມແລ້ວທີ່ຈະສວມບົດບາດໃນການຊ່ວຍຫລຸດຜ່ອນສະພາບການເຄັ່ງຕຶງ.

ຕອບກັບ

ຂ່າວ/ບົດ​ອື່ນ