ປະຕິກິລິຍາຂອງປະຊາຄົມສາກົນຕໍ່ຍຸດທະສາດ ຮັບມືກັບ IS ຂອງອາເມລິກາ

ປະຕິກິລິຍາຂອງປະຊາຄົມສາກົນຕໍ່ຍຸດທະສາດ ຮັບມືກັບ IS ຂອງອາເມລິກາ  - ảnh 1
(ທ່ານ​ປະ​ທາ​ນາ​ທິບໍ​ດີ Barack Obama)

(vovworld) – ພາຍຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິບໍ​ດີ Barack Obama ປະກາດ​ຍຸດ​ທະ​ສາດ​ຮອບດ້ານ​ໃໝ່​ ເພື່ອ​ຮັບ​ມື​ກັບ​ບັນດາ​ພາກສ່ວນທີ່​ຂຶ້ນ​ກັບກຸ່ມ​ທີ່​ອ້າງ​ຊື່ວ່າ “ລັດ​ອິດສລາມ” (IS) ຢູ່​ຊີຣີ ​ແລະ ອີຣັກ, ​ບາງ​ປະ​ເທດ​ໄດ້ມີ​ປະຕິກິລິຍາ​ທຳ​ອິດ.

        ວັນ​ທີ 11/09, ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ລັດ​ເຊຍ Alexander Lukashevich ຖະ​ແຫຼງວ່າ ການ​ຕໍ່ສູ້​ຕ້ານ​ກຳລັງ​ຊົ່ວ​ຮ້າຍ​ນີ້ ຕ້ອງ​ປະຕິບັດ​ຕາມກົດໝາຍ​ສາກົນ​, ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດຢ່າງ​ເຂັ້ມ​ງວດ ກໍ່​ຄື​ເຄົາລົບ​​ຜືນ​ແຜ່ນດິນອັນຄົບ​ຖ້ວນຂອງ​ຊີຣີ ​ແລະ ອີ​ຮັກ. ສ່ວນ​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຄວາ​ຈວນ​ຢິງ ຮຽກຮ້ອງ​ເຄົາ​ລົບ​ອະທິປະ​ໄຕ, ​ເອກະລາດ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ບັນດາ​ປະ​ເທດ​ກ່ຽວຂ້ອງ ​ໃນ​ສະພາບ​ທີ່ທ່ານ​ປະທານາທິບໍດີ Barack Obama ​ໃຫ້​ຄຳ​ໝັ້ນສັນຍາດຳ​ເນີນ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ຢູ່​ທັງ​ອີຣັກ ​ແລະ ຊີຣີ.

        ທ່ານ​ລັດຖະມົນຕີ​ໄກ່​ເກ່ຍປອງ​ດອງຊີຣີ Ali Haidar ​ໄດ້​ຫວນ​ຄືນ​ຫຼັກ​ໝັ້ນ​ຂອງ​ລັດຖະບານ​ປະ​ເທດ​ນີ້​ວ່າ ບໍ່​ວ່າການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃດໆ​ຈາກ​ພາຍ​ນອກ​ເຂົ້າ​ຜືນ​ແຜ່ນ​ດິນ​​ຂອງ​ຊີຣີ ​ແຕ່ບໍ່​ໄດ້​ຮັບ​ອະນຸ​ຍາດ​ຂອງ​ດາ​ມາ​ກຸດ ຈະ​ໄດ້​ຮັບ​ຖື​ວ່າ​​ແມ່ນ​ການ​ຮຸກ​ຮານ. ສ່ວນ​ຢູ່​ເຕ​ເຮຣານ, ທ່ານ​ນາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Marzieh Afkham ສະ​ແດງ​ການ​ສົງ​ໄສ​ຕໍ່ພັນທະ​ມິດສາ​ກົນ​ຕ້ານ IS ຢູ່​ຊີຣີ.

        ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​​ເຢຍລະ​ມັນ ​ແລະ ອັງ​ກິດ ກໍ່ຖະ​ແຫຼ​ງຈະ​ບໍ່​ເຂົ້າ​ຮ່ວມ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດໃສ່​ບັນດາ​ເປົ້າ​ໝາຍ​ຂອງ IS ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ