ປະຕິກິລິຍາຂອງຫວຽດນາມກ່ຽວກັບການເຄື່ອນໄຫວຂອງຮ້ານເຈາະນຳ້ມັນຂອງຈີນຢູ່ອ່າວພາກເໜືອ

ປະຕິກິລິຍາຂອງຫວຽດນາມກ່ຽວກັບການເຄື່ອນໄຫວຂອງຮ້ານເຈາະນຳ້ມັນຂອງຈີນຢູ່ອ່າວພາກເໜືອ - ảnh 1
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ
(vovworld) – ​ ​ ​ເມື່ອ​ຕອບ​ຄຳ​ຖາມຂອງ​ນັກ​ຂ່າວສະ​ເໜີ​ໃຫ້​ຮູ້​ປະຕິກິ​ລິ​ຍາ​ຂອງ ຫວຽດນາມ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນຳ້ມັນ ​ໄຮຢາງ 981 ຂອງ ຈີນ ຢູ່​ອ່າວ​ພາກ​ເໜືອ, ວັນ​ທີ 19/1, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ ​ໃຫ້​ຮູ້​ວ່າ: ວັນ​ທີ 16/1/2016, ຮ້ານ​ເຈາະ​ນຳ້ມັນ ​ໄຮ​ຢາງ 981 ​ໄດ້​ເຄື່ອນ​ຍ້າຍ​ເຖິງ​ເຂດ​ເສັ້ນ​ຜ່າກາງສົມ​ມະຕິ​ຖານປະມານ 21,4 ​ໄມ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ. ວັນ​ທີ 18/1, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ພົບ​ປະ​ກັບຜູ້ຕາງໜ້າ​ສະຖານທູດ ຈີນ ປະຈຳ ຮ່າ​ໂນ້ຍ ຊີ້​ແຈ້ງ​ຄວາມ​ວິຕົກ​ວັງ​ວົນ​ຂອງ ຫວຽດນາມ ກ່ຽວ​ກັບ​ເລື່ອງ ຈີນ ຍົກຍ້າຍ​ຮ້ານ​ເຈາະ​ນຳ້ມັນ ​ໄຮ​ຢາງ 981 ​ເຖິງ​ສະຖານ​ທີ່​ດັ່ງກ່າວ. ນີ້​ແມ່ນ​ເຂດ​ຊ້ອນກັນລະຫວ່າງ​​ໄຫລ່​ທະວີບທາງ​ພາກ​ກາງ ຫວຽດນາມ ​ແລະ ​ເຂດ​ໄຫລ່​ທະວີ​ບ​ເກາະ ​ໄຮ​ໜານ, ປະ​ເທດ ຈີນ, ​ເຊິ່ງແມ່ນ​ເຂດທີ່ 2 ຝ່າຍ​ບໍ່​ທັນ​ຂີດ​ຂັ້ນ​ເທື່ອ. ຫວຽດນາມ ຮຽກຮ້ອງ​ໃຫ້ ຈີນ ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ເຈາ​ະ ​ແລະ ຖອນ​ຮ້າຍ​ເຈາະ​ນຳ້ມັນ ​ໄຮ​ຢາງ 981 ອອກ​ຈາກສະຖານ​ທີ່​ນີ້. ຫວຽດນາມ ຮັກສາ​ທຸກໆ​ສິດ ​ແລ​ະ ຜົນ​ປະ​ໂຫຍ​ດດ້ານ​ນິຕິ​ກຳ​ຂອງ​ຕົນ​ທີ່​ມີ​ຕໍ່​ເຂ​ດນີ້​ເໝາະ​ສົມ​ກັບ​ກົດໝາຍ​ ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໃນສາກົນ​ທີ່ກ່ຽວຂ້ອງ.


ຂ່າວ/ບົດ​ອື່ນ