ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງອິນໂດເນເຊຍບຸກຕີກຳປັ່ນຫາປາຂອງຫວຽດນາມ

ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງອິນໂດເນເຊຍບຸກຕີກຳປັ່ນຫາປາຂອງຫວຽດນາມ - ảnh 1

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ
(ພາບ: ອິນເຕີແນດ)

(vovworld) -​ ວັນ​ທີ 20/8/2015, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ ປະຕິກິລິຍາ​ຂອງ​ຫວຽດນາມ ​ຕໍ່​ເລື່ອງ​ອິນ​ໂດ​ເນ​ເຊຍ​ ບຸກ​ຕີ​ກ່ຳ​ປັ່ນ​ຫາ​ປາບາງ​ລຳ​ຂອງ​ຕ່າງປະ​ເທດທີ່​ລະ​ເມີດເຂດ​ທະ​ເລ​ຂອງ​ອິນ​ໂດ​ເນ​ເຊຍ ​ໃຫ້​ຈົມ​ນ້ຳ, ​ໃນ​ນັ້ນ​ມີ​ກຳ່​ປັ່ນຫາ​ປາ​ຂອງ​ຫວຽດນາມ​. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ, ຊີ້​ແຈ້ງວ່າ: “ອີກ​ເທື່ອ​ໜຶ່ງ​ຂ້າພະ​ເຈົ້າ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ​ກຳລັງ​ກ່ຽວຂ້ອງ​ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້ບຸກ​ຕີ​ກ່ຳ​ປັ່ນ​ຫາ​ປາບາງ​ລຳ​ຂອງ​ຫວຽດນາມທີ່​ລະ​ເມີດເຂດ​ທະ​ເລ​ຂອງ​ອິນ​ໂດ​ເນ​ເຊຍ​ ໃຫ້​ຈົມ​ນ້ຳ.

ວັນ​ທີ 20/8/2015, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ສົ່ງ​ຈົດໝາຍ​ທາງ​ການກ່ຽວ​ກັບ​ບັນຫາ​ນີ້​ເຖິງ​ຝ່າຍ​ອິນ​ໂດ​ເນ​ເຊຍ ​ແລະ ຮຽກຮ້ອງ​ຝ່າຍ​ອິນ​ໂດ​ເນ​ເຊຍ, ​ເມື່ອ​ລົງ​ໂທດ​ບັນດາ​ຊາວ​ປະມົງ​ຫວຽດນາມ​ ທີ່​ລະ​ເມີດ​ເຂດ​ທະ​ເລ​ຂອງ​ອິນ​ໂດ​ເນ​ເຊຍນັ້ນ ​ແມ່ນຕ້ອງ​​ໃຫ້​ເໝາະ​ສົມ​ກັບ​ສາຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ ທີ່​ເປັນ​ສະມາຊິກ​ອາ​ຊຽນ, ບົນ​ຈິດ​ໃຈ​ມະນຸດສະທຳ.

ສ່ວນ​ຝ່າຍ​ຫວຽດນາມ, ຍາມ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ໃສ່​ໃຈ, ​ແນະນຳ​ໃຫ້​ບັນດາ​ຊາວ​ປະມົງ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ປະ​ເທດ​ຕ່າງໆ​ຢ່າງ​ເຂັ້ມ​ງວດ, ບໍ່​ແຊກ​ແຊງ​ເຂົ້າ​ເຂດ​ທະ​ເລ​ຂອງ​ຕ່າງປະ​ເທດ​ຢ່າງ​ຜິດ​ກົດໝາຍ“

 

ຂ່າວ/ບົດ​ອື່ນ