ປະ​ຕິ​ບັດ​ການ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ​ໄດ້​ເປັນ​ຢ່າງ​ດີ ແຜ່​ຂະ​ຫຍາຍ​ພາບ​ພົດ​ຂອງ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ນະຄອນ ດ່າລາດ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເລິມດົງ ຈັດກອງປະຊຸມຝຶກອົບຮົມການຖະແຫຼງຂ່າວໂຄສະນາພາບພົບ ຫວຽດນາມ, ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານຖະແຫຼງຂ່າວການຕ່າງປະເທດໃນສະພາບການໃໝ່. 
ປະ​ຕິ​ບັດ​ການ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ​ໄດ້​ເປັນ​ຢ່າງ​ດີ ແຜ່​ຂະ​ຫຍາຍ​ພາບ​ພົດ​ຂອງ ຫວຽດ​ນາມ - ảnh 1ກອງປະຊຸມຝຶກອົບຮົມການຖະແຫຼງຂ່າວໂຄສະນາພາບພົບ ຫວຽດນາມ (ພາບ: VOV)

ເຂົ້າຮ່ວມກອງປະຊຸມ ມີຜູ້ແທນກວ່າ 300 ທ່ານ ເຊິ່ງຕາງໜ້າໃຫ້ບາງກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ, ການນຳຄະນະຊີ້ນຳວຽກງານຖະແຫຼງຂ່າວການຕ່າງປະເທດຢູ່ 63 ແຂວງ, ນະຄອນພາຍໃນປະເທດ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນບັນດາແຂວງຊາຍແດນ.

        ທ່ານຫງວຽນແທັງເລິມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ, ຢັ້ງຢືນວ່າ:

        “ກອງປະຊຸມໄດ້ສຸມໃສ່ຊອກຫາບັນດາຮູບແບບ, ມາດຕະການທີ່ດີກ່ຽວກັບການໂຄສະນາ, ເຜີຍແຜ່ພາບພົດຂອງປະເທດຊາດ, ຄົ້ນຄວ້າ, ສ້າງຍຸດທະສາດໂຄສະນາພາບພົດປະເທດຊາດ, ຮັບປະກັນຄວາມເປັນເອກະພາບໃນວຽກງານຊີ້ນຳ ແລະ ຜັນຂະຫຍາຍປະຕິບັດຈາກສູນກາງລົງຮອດຂັ້ນຕ່າງໆ”.

        ກອງປະຊຸມອັບເດັດສະພາບການໂລກ, ພາກພື້ນໃນປັດຈຸບັນ ແລະ ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ວຽກງານຖະແຫຼງຂ່າວການຕ່າງປະເທດຂອງພັກ; ບົດຮຽນປະສົບການໃນການສື່ສານໃນສື່ມວນຊົນການຕ່າງປະເທດ ແລະ ອອກສູ່ສາກົນ;… ໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການໂຄສະນາ, ເຜີຍແຜ່, ເສີມຂະຫຍາຍບົດບາດ, ປະສິດທິຜົນຂອງການສື່ສານດີຈີຕອນໃນການໂຄສະນາ, ແຜ່ຂະຫຍາຍພາບພົດຂອງບັນດາແຂວງ, ນະຄອນ, ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ