ປະຕິບັດວຽກງານກະກຽມເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງໃຫ້ສຳເລັດໂດຍພື້ນຖານ

ປະຕິບັດວຽກງານກະກຽມເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງໃຫ້ສຳເລັດໂດຍພື້ນຖານ - ảnh 1
ພາບ​ປະ​ກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 13/10, ​ຢ​ູ່​ແຂວງ ຊອກ​ຈັງ, ຄະ​ນະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ (MDEC) - ຊອກ​ຈັງ 2014 ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ອະ​ນຸ​ກຳ​ມະ​ການ ແລະ ຫ້ອງ​ການ​ປະ​ຈ​ຳ​ຄະ​ນະ​ຈັດ​ຕັ້ງ​ເວ​ທີ​ປ​າ​ໄສ​ເພື່ອກວດກ​າ, ​ດີ​ເປັນ​ເອ​ກະ​ພາບ​ບັນ​ດາ​ວິ​ທີ​ຈັດ​ຕັ້ງ, ກະ​ກຽ​ມ​ໃຫ້​ເຫດ​ການ​ສຳ​ຄັນ​ຂອງ​ເຂ​ດ​ທົ່ງ​ພຽງ​ແມ່ນ້ຳ​​ເຊິ່ງ​ຈະ​ຈ​ັດ​ຕັ້ງ​ຢູ່​ແຂວງ ຊອກ​ຈັງ. ຕາມ​ແຜນ​ການ​ແລ້ວ, MDEC - ຊອກ​ຈັງ 2014 ໂດຍ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມ​ະ​ການ​ປະ​ຊາ​ຊົນ​ແຂວງ ຊອກ​ຈັງ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູ​ນ​ກາງ​ຈັດ​ຕັ້ງ​, ​ເຊິ່ງ​ຈະ​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທີ 5 – 7/11/2014 ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ - ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນຳ​້​ຂອງ”. ເວ​ທີ​ປາ​ໄສ MDEC ປີນີ້ເພື່ອ​ແນ​ໃສ່​ແລກ​ປ່ຽນ, ປຶກ​ສາ​ຫາ​ລື ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄື​ນ​ໃໝ່ - ກໍ່​ສ້າງ​ຊົນ​ນ​ະ​ບ​ົ​ດ​ໃໝ່​​ຢູ່ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ. ຍູ້​ແຮງວຽກ​ງານ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ, ໂຄ​ສະ​ນາ​ພາບ​ພົດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ເຂດ​ເຖິງວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.


ຂ່າວ/ບົດ​ອື່ນ