ປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025 ຢ່າງມີປະສິດທິຜົນ

(VOVWORLD) - ພ້ອມກັນນັ້ນ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ເຂດຊົນນະບົດ, ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ
ປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025 ຢ່າງມີປະສິດທິຜົນ - ảnh 1(ພາບປະກອບ: VGP)

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ຫາກໍ່ເຊັນຂໍ້ຕົກລົງອະນຸມັດຜ່ານໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025 ດ້ວຍເປົ້າໝາຍສັງລວມແມ່ນສືບຕໍ່ຜັນຂະຫຍາຍໂຄງການຕິດພັນກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ພັດທະນາເສດຖະກິດຊົນນະບົດຢ່າງມີປະສິດທິຜົນ, ຍືນຍົງ; ປະຕິບັດການສ້າງຊົນນະບົດໃໝ່ແບບຢ່າງ ແລະ ຊົນນະບົດໃໝ່ຂັ້ນບ້ານ. ພ້ອມກັນນັ້ນ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ເຂດຊົນນະບົດ, ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ; ກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ - ສັງຄົມ ຊົນນະບົດຢ່າງຄົບຊຸດ ແລະ ທັນສະໄໝເທື່ອລະກ້າວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ.

        ເປົ້າໝາຍລະອຽດແມ່ນຮອດປີ 2025, ທົ່ວປະເທດສູ້ຊົນຢ່າງໜ້ອຍສຸດມີ 80% ຈຳນວນຕາແສງບັນລຸມາດຕະຖານຊົນນະບົດໃໝ່; ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ເຂດຊົນນະບົດເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 1,5 ເທົ່າເມື່ອທຽບໃສ່ປີ 2020.

        ຄາດວ່າ, ໂຄງການດັ່ງກ່າວມີການລະດົມທຶນຈາກແຫຼ່ງກຳລັງທາງການເງິນທັງໝົດກວ່າ 2,45 ລ້ານຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ