ປະ​ຕິ​ເສດ Google Maps ໃຫ້​ຂ່າວ​ບໍ່​ມີ​ມູນ​ຄ​ວາມ​ຈິງ​ກ່ຽວ​ກັບ​ຫາດ​ຊາຍ​ທະ​ເລ​ຢູ່​ແຂວງ​ຝູ​ອຽນ

(VOVWORLD) -ຄະນະກຳມະການປະຊາຊົນແຂວງຝູອຽນໄດ້ສະເໜີກະຊວງຖະແຫຼງຂ່າວແລະສື່ສານ ຫວຽດນາມ ຮຽກຮ້ອງໃຫ້ Google Maps ຈົ່ງລົບລ້າງ ແລະ ດັດແປງຂໍ້ມູນທີ່ບໍ່ມີມູນຄວາມຈິງດັ່ງກ່າວ.
ປະ​ຕິ​ເສດ Google Maps ໃຫ້​ຂ່າວ​ບໍ່​ມີ​ມູນ​ຄ​ວາມ​ຈິງ​ກ່ຽວ​ກັບ​ຫາດ​ຊາຍ​ທະ​ເລ​ຢູ່​ແຂວງ​ຝູ​ອຽນ - ảnh 1

ແຖວໜັງສືອະທິປາຍຜິດຂອງ Google Map ກ່ຽວກັບ ຫາດຊາຍທະເລ ຢູ່ນະຄອນ ຕຸຍຮ່ວາ ແຂວງ ຝູອຽນ ພາບຖ່າຍຕອນ ເວລາ15 ໂມງ 7 ນາທີ ຂອງວັນທີ 18 ເມສາ (ພາບ: phuyen.gov.vn)

ວັນທີ 18 ເມສາ, ຄະນະກຳມະການປະຊາຊົນແຂວງຝູອຽນໄດ້ມີຈົດໝາຍທາງການສົ່ງເຖິງກະຊວງຖະແຫຼງຂ່າວແລະສື່ສານກ່ຽວກັບເລື່ອງ Google Maps ໃຫ້ຂ່າວບໍ່ມີມູນຄວາມຈິງກ່ຽວກັບຫາດຊາຍທະເລທີ່ຕາແສງຝູດົງ ນະຄອນ ຕູຍຮ່ວາ ແຂວງຝູອຽນ ລະອຽດແມ່ນ Google Maps ໄດ້ດັດແປງຄຳວ່າຫາດຊາຍທະເລຕຸຍຮ່ວາ ຂອງ ຫວຽດນາມ ເປັນຫາດຊາຍທະເລຈີນໃຕ້(ໝາຍເຖິງທະເລຂອງຈີນ)

     ເລື່ອງບັນທຶກຂໍ້ມູນຢ່າງບໍ່ມີຄວາມຈິງໃນແຜນທີ່ຫວຽດນາມ ໄດ້ເຮັດໃຫ້ວົງຄະນະຍາດ, ພິເສດໃນສື່ສັງຄົມມີຄວາມບໍ່ພໍໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ