ປະຖົມປັດໄຈສຳຄັນໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ຈີນ ພັດທະນາຢ່າງປອດໄສ, ໝັ້ນຄົງ

ປະຖົມປັດໄຈສຳຄັນໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ຈີນ ພັດທະນາຢ່າງປອດໄສ, ໝັ້ນຄົງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟຸຈ້ອງ​
ຢ​້ຽມຢາມ​ສປ.ຈີນ ຢ່າງ​ເປັນ​ທາງ​ການ
(ພາບປະກອບ: TTXVN)


​(vovworld) – ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ປະທານ​ປະ​ເທດສປ.ຈີນ ສີ​ຈິ້ນ​ຜິ​ງ, ທ່ານ​ເລຂາທິການ​ໃຫຍ່​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ​ ໄດ້​ໄປຢ​້ຽມຢາມ​ສປ.ຈີນ ຢ່າງ​ເປັນ​ທາງ​ການ​ ໃນ​ລະຫວ່າ​ງວັນ​ທີ 07 – 10/04. ຜ່ານ​ການ​ຢ້ຽມຢາມ, 2 ຝ່າຍ​ບັນລຸ​ໄດ້​ບັນດາ​ຄວາມ​ຮັບ​ຮູ້​ລວມທີ່​ສຳຄັນ, ວາງ​ອອກ​ທິດ​ທາງ ​ແລະ ມາດ​ຕະການ​ຢ່າງ​ແທດ​ຈິງ, ລະອຽດ ​ເພື່ອ​ແນ​ໃສ່​ປັບປຸງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຟື້ນ​ຟູ​ ​ແລະ ຍູ້​ແຮງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ 2 ຝ່າຍຢ່າງ​ຄົບ​ຖ້ວນ.  ໝາກຜົນຂອງ​ການ​ຢ້ຽມຢາມ​ແມ່ນປະຖົມ​ປັດ​ໄຈ, ​ແມ່ນ​ພື້ນຖານ​ສຳຄັນ​​ແກ່​ການ​ພົວພັນ​ຫວຽດນາມ - ຈີນ ​ໃຫ້​ສືບ​ຕໍ່ພັດທະນາ​ຢ່າງ​ປອດ​ໄສ, ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ​ພ້ອມ​ທັງ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດທະນາ​ລວມຂອງພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ລວມຂອງ​ບັນດາ​ສະ​ມາ​ຊິກ​​​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄປ​ຢ້ຽມຢາມຈີນ​ ໃນ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ