ປະທານຄະນະກຳມະການສູນກາງແນວໂຮມປະເທດ ຊາດຫວຽດນາມຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ ສຳນັກສັງຄະລາດໃຫ່ຍຮ່າໂນ້ຍ


 ປະທານຄະນະກຳມະການສູນກາງແນວໂຮມປະເທດ ຊາດຫວຽດນາມຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ ສຳນັກສັງຄະລາດໃຫ່ຍຮ່າໂນ້ຍ - ảnh 1

(ພາບ: vov)

 (vovworld)- ​ ຕອນ​ເຊົ້າວັນທີ 24/1, ທ່ານ​ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ​ໄດ້​ໄປຢ້ຽມຢາມ ​ແລະ ອວຍພອນ​ຢູ່​ສຳນັກສັງຄະ​ລາດ​ໃຫ່ຍ​ຮ່າ​ໂນ້ຍ.

   ທ່ານ​ປະທານຫງວຽນ​ທ້ຽນ​ເຍິນ ​ໄດ້​ຝາກ​ຄຳ​ອວຍພອນ​ອັນ​ປະ​ເສີດ​ທີ່​ສຸດ​ມາ​ຍັງ​ສັງຄະ​ນາຍົກ​ເຂດ​ຊາວ​ຄຼິດຮ່າ​ໂນ້ຍ ຫງວຽນ​ວັນ​ເຍິນ ​ແລະ ຜູ້​ມີ​ຍົດ​ຖາ​ບັນດາສັກ​ສັງກັດ ສຳນັກສັງຄະ​ລາດ​ໃຫ່ຍ​ຮ່າ​ໂນ້ຍ ​ແລະ ຊາວ​ຄຼິດນະ​ຄອນ​ຫຼວງ. ທ່ານ​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ສັງຄະ​ລາດ, ຄຸນ​ພໍ່ ​ແລະ ຊາວ​ຄຼິດ​ໃນ​ເຂດ​ຊາວ​ຄຼິດຕ່າງໆ​ຊື່​ງ​ໄດ້ ​ແລະ ພວມ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາດ, ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຕາມ​ທິດ​ນຳ “ຢູ່​ໃນ​ສິດ​ກິນ​ໃນ​ທຳ“, ຕັ້ງໜ້າ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​​ແຂ່ງຂັນ​ຮັກ​ຊາດ, ສ້າງ​ຊີ​ວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ, ກໍ່ສ້າງ​ຊົນນະບົດ​ໃໝ່, ພິ​ເສດ​ໜູນ​ຊ່ວຍ​ບັນດາ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

  ຕາງໜ້າ​ໃຫ້ສຳນັກສັງຄະ​ລາດ​ໃຫ່ຍ​ຮ່າ​ໂນ້ຍ, ສັງຄະ​ນາຍົກ​ເຂດ​ຊາວ​ຄຼິດຮ່າ​ໂນ້ຍ ຫງວຽນ​ວັນ​ເຍິນ ປາດ​ຖະໜາ​ວ່າ: ການ​ນຳ​ພັກ, ລັດ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຄຼິດດຳ​ເນີນ​ຊີວິດ​ເຫຼື້ອມ​ໃສ​ສາສະໜາ, ປະກອບສ່ວນ​ພ້ອມ​ກັນ​ພັດທະນາ​ຢ່າງ​ກົມ​ກ່ຽວ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສິດ​ເສລີພາບ​ໃນ​ການເຫຼື້ອມ​ໃສ​ສາສະໜາ./.

ຂ່າວ/ບົດ​ອື່ນ