ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢ້ຽມຢາມແຂວງ ເທື່ອທຽນ-ເຫວ້

(VOVWORLD) - ຕອນບ່າຍວັນທີ 06 ເມສາ, ທ່ານ ເຈີ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ນັກຮຽນຂອງໂຮງຮຽນກິນນອນຊົນເຜົ່າແຂວງ ເທື່ອທຽນ-ເຫວ້.
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢ້ຽມຢາມແຂວງ ເທື່ອທຽນ-ເຫວ້ - ảnh 1ທ່ານ ເຈີ່ນແທງເໝີນ ໄດ້ມອບຂອງຂວັນໃຫ້ໂຮງຮຽນກິນອນຊົນເຜົ່າ

ນະທີ່ນີ້, ທ່ານ ເຈີ່ນແທງເໝີນ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມຂອງບັນດາຄູອາຈານ, ນັກຮຽນຂອງໂຮງຮຽນກິນນອນຊົນເຜົ່າເທື່ອທຽນ-ເຫວ້ ແລະ ສະເໜີໃຫ້ໂຮງຮຽນຄວນຍົກລະດັບພື້ນຖານວັດຖຸ “ສະຫວ່າງ-ຂຽວ-ສະອາດ-ສວຍງາມ”ກ່ວາອີກ ເພື່ອກາຍເປັນໂຮງຮຽນແບບຢ່າງຂອງແຂວງ ເທື່ອທຽນ-ເຫວ້. ເນື່ອງໃນໂອກາດນີ້, ທ່ານ ເຈີ່ນແທງເໝີນ ໄດ້ມອບຂອງຂວັນໃຫ້ພວກນ້ອງນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກ 20 ພູດ, ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ ແລະ ມອບວັດຖຸພັນໃຫ້ໂຮງຮຽນ. ທ່ານ ເຈີ່ນແທງເໝີນ ປາດຖະໜາຢາກໃຫ້ໂຮງຮຽນ ຍົກສູງຄຸນນະພາບການຮຽນ-ການສອນກ່ວາອີກ ພິເສດແມ່ນການສຶກສາຄຸນສົມບັດໃຫ້ນັກຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ