ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົ່ງຈົດໝາຍອວຍພອນວັນບຸນຄຼິດສະມາດປີ 2022

(VOVWORLD) -ທ່ານ ໂດ້ວັນຈຽນ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງພໍ່ແມ່ພີ່ນ້ອງຊາວ ຄຼິດ, ພໍ່ແມ່ປະຊາຊົນເຊື່ອຖືສາສະໜາ ໂປແຕັສຕັງ ທີ່ມີຕໍ່ປະເທດຊາດ
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົ່ງຈົດໝາຍອວຍພອນວັນບຸນຄຼິດສະມາດປີ 2022 - ảnh 1ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ
(ພາບ: TTXVN)

        ເນື່ອງໃນໂອກາດວັນບຸນຄຼິດສະມາດປີ 2022, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ, ໄດ້ສົ່ງຈົດໝາຍອວຍພອນເຖິງບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ນັກບວດພ້ອມກັບພໍ່ແມ່ພີ່ນ້ອງຊາວຄຼິດ ຫວຽດນາມ ຈົ່ງມີຄວາມເບີກບານມ່ວນຊື່ນຢູ່ເຢັນເປັນສຸກ.

        ໃນຈົດໝາຍ, ທ່ານ ໂດ້ວັນຈຽນ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງພໍ່ແມ່ພີ່ນ້ອງຊາວ ຄຼິດ, ພໍ່ແມ່ປະຊາຊົນເຊື່ອຖືສາສະໜາ ໂປແຕັສຕັງ ທີ່ມີຕໍ່ປະເທດຊາດ; ເຊື່ອໝັ້ນຢ່າງເລິກເຊິ່ງວ່າ ສະມາຄົມພຸດທະສາສະໜາ, ພໍ່ແມ່ພີ່ນ້ອງຊາວ ຄຼິດ, ພໍ່ແມ່ປະຊາຊົນເຊື່ອຖືສາສະໜາ ໂປແຕັສຕັງ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງາມ; ສາມັກຄີກັນຢ່າງແໜ້ນແຟ້ນກວ່າ, ພ້ອມກັບພໍ່ແມ່ປະຊາຊົນໃນທົ່ວປະເທດຍູ້ແຮງພັດທະນາເສດຖະກິດ - ສັງຄົມ, ປະຕິບັດຄວາມຄາດຫວັງສ້າງສາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກໃຫ້ສຳເລັດຜົນ.

        ເນື່ອງໃນໂອກາດນີ້, ຕອນບ່າຍວັນທີ 20 ທັນວາ, ທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ, ກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນຢູ່ ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ. ຢູ່ທີ່ນີ້, ທ່ານ ດິງຕຽນຢຸງ ເນັ້ນໜັກວ່າ, ທາງນະຄອນຍາມໃດກໍ່ຈະສ້າງເງື່ອນໄຂສະດວກຢ່າງສຸດຂີດເພື່ອແກ້ໄຂບັນດາຂໍ້ສະເໜີຂອງ ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ; ສະເໜີໃຫ້ສັງຄະນາຍົກເຂດຊາວຄຼິດ ຮ່າໂນ້ຍ Giuse ຫວູວັນທຽນ ພ້ອມກັບຄຸນພໍ່, ນັກບວດ ແລະ ພໍ່ແມ່ຊາວຄຼິດ ທຸກຖ້ວນໜ້າຈົ່ງສືບຕໍ່ເອົາໃຈໃສ່, ສະໜັບສະໜູນ, ຮ່ວມເດີນທາງພ້ອມກັບນະຄອນປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາທີ່ໄດ້ວາງອອກຢ່າງມີໄຊ, ພ້ອມກັນສ້າງນະຄອນຫຼວງ ຮ່າໂນ້ຍ ແຫ່ງອະລິຍະທຳ, ສີວິໄລ, ທັນສະໄໝ; ປະຊາຊົນນັບມື້ນັບມີຊີວິດອີ່ມໜຳສຳລານ, ສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ