ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮັດວຽກຢູ່ແຂວງ ໄຕນິງ

(VOVWORLD) - ວັນທີ 14 ກັນຍາ, ຄະນະປະຕິບັດງານໂດຍທ່ານ ເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າ, ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການແນວໂຮມປະເທດຊາດແຂວງ ໄຕນິງ.
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຮັດວຽກຢູ່ແຂວງ ໄຕນິງ - ảnh 1ທ່ານ ເຈີ່ນແທງເມີນ ເຮັດວຽກຢູ່ແຂວງ ໄຕນິງ (ພາບ: daidoanket.vn)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເຈີ່ນແທງເມີນ ໄດ້ຍ້ອງຍໍຊົມເຊີຍຄະນະກຳມະການແນວໂຮມປະເທດຊາດແຂວງ ໄຕນິງ ໄດ້ຜັນຂະຫຍາຍຢ່າງຄົບຖ້ວນ, ປະຕິບັດບັນດາໂຄງການ, ແຜນການ, ແນະນຳຂອງສູນກາງ ດ້ວຍບັນດາການກະທຳລະອຽດເປັນຢ່າງດີ, ວາງອອກບັນດາໜ້າທີ່, ແນະນຳ, ແຜນການຜັນຂະຫຍາຍວຽກງານແນວໂຮມ. ທ່ານ ເຈີ່ນແທງເມີນ ຮຽກຮ້ອງໃນໄລຍະຈະມາເຖິງ ຄະນະກຳມະການແນວໂຮມປະເທດຊາດແຂວງ ໄຕນິງ ຄວນສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມຄື: ປະຕິບັດບົດບາດເປັນຂອດຕົ້ນຕໍ່ລະຫວ່າງປະຊາຊົນຢູ່ທ້ອງຖິ່ນກັບອຳນາດການປົກຄອງທຸກຂັ້ນເປັນຢ່າງດີ; ເພີ່ມທະວີການຕິດຕາມກວດກາ, ປະຕິບັດພາລະບົດບາດຕີລາຄາໄຈ້ແຍກສັງຄົມເປັນຢ່າງດີ; ປະຕິບັດບັນດາການເຄື່ອນໄຫວພົວພັນຕ່າງປະເທດເປັນຢ່າງດີ; ສຸມໃສ່ຝຶກອົບຮົມພະນັກງານ, ຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ, ຍົກສູງຄຸນນະພາບວຽກງານແນວໂຮມຢູ່ຂັ້ນຮາກຖານເທື່ອລະກ້າວ./.

ຕອບກັບ

ຂ່າວ/ບົດ​ອື່ນ