ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດສົ່ງຈົດໝາຍອວຍພອນເນື່ອງໃນໂອກາດວັນບຸນວິສາຂະບູຊາປີ201 ພສ

 ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດສົ່ງຈົດໝາຍອວຍພອນເນື່ອງໃນໂອກາດວັນບຸນວິສາຂະບູຊາປີ201 ພສ  - ảnh 1
ພາບ​ປະ​ກອບ:internet

(vovworld)-ເນື່ອງ​ໃນ​ໂອ​ກາດ​ວັນ​​ບຸນວິ​ສາ​ຂະ​ບູ​ຊາ​ປີ 2015 ພ​ສ 2559, ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ຍົດ​ຖາ​ບັນ​ດາ​ສັກ, ​ພຸດ​ທະສາ​ສະ​ນິ​ກະ​ຊົນ ຫວຽດ​ນາມ, ທ່ານ ຫງວຽນ​ທ້ຽນ​ເຍີນ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້​ນ​ຫ​ນັກ​ວ່າ: ໃນ​ປະ​ຫວັດ​ສາດ​ 2000 ປີ​ຜ່ານ​ມາ, ພຸດ​ທະ​ສາ​ສະ​ຫ​ນາ​ຫວຽດ​ນາມ ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ​ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫນາຫວຽດ​ນາມ ຍາ​ມ​ໃດ​ກໍ​ເສີມ​ຂະ​ຫ​ຍາຍ​ຈິດ​ໃຈ​ສາ​ມັກ​ຄີ, ຂົນ​ຂວາຍ​ປະ​ຊາ​ຊົນ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫ​ນ້າ​ເຂົ້າ​ໃນ​ພາ​ລະ​ກິດ​ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ ຫງວຽນ​ທ້ຽນ​ເຍີນ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຕີ​ລ​າ​ຄາ​ສູງ​ການ​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ຫ​ນ້າຂອງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ຫ​ນາ​ຫວຽດ​ນາມ ແລະ ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ສຳ​ລັບ​ພາ​ລະ​ກິດ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ 34 ປີ​ຜ່ານ​ມາ
ຂ່າວ/ບົດ​ອື່ນ