ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ເຮັດວຽກຢູ່ເກີນເທີ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ເຮັດວຽກຢູ່ເກີນເທີ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນ ​ສຳ​ຫຼວດຕົວ​ຈິງ
​ການ​​​ຜະລິດ​ເຂົ້າ​​ໃນ​ເຂດ​ທົ່ງ​ນາ​ຂະໜາດ​ໃຫຍ່)


​(vovworld) – ຕອນ​ເຊົ້າ​ວັນ​ທີ 15/04, ພາຍຫຼັງ​ໄປ​ສຳ​ຫຼວດຕົວ​ຈິງ​ຮູບ​ແບບ​ຮ່ວມ​ສຳພັນຜະລິດ​ເຂົ້າໃນ​ເຂດທົ່ງ​ນາ​ຂະໜາດ​ໃຫຍ່​ຂອງ​ສະຫະກອນ ຄ໋ຽດ​ເຕີນ, ຢູ່​ບ້ານ D2, ຕາ​ແສງ ​ແທງ​ເລີ້​ຍ, ​ເມືອງ​ວິ້ງ​ແທ້ງ ​ແລະ ສະຫະກອນ​ລ້ຽງ​ງົວ​ນົມ ລອງ​ຮ່ວາ, ​ເມືອງ​ບິ່ງ​ຖຸຍ, ​ນະຄອນເກີນ​ເທີ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ, ສະຫະກອນ ຄ໋ຽດ​ເຕີນ ພັດທະນາ​ໃຫ້​ກາຍ​ເປັນ​ແບບຢ່າງ​​ຜະລິດ​ເຂົ້າ​​ໃນ​ເຂດ​ທົ່ງ​ນາ​ຂະໜາດ​ໃຫຍ່; ພ້ອມ​ທັງ​ຄົ້ນຄວ້າ​ແນວ​​ຜັນໃໝ່, ພັດທະນາ​ເຕັກນິກ ​ແລະ ສ້າງ​ຕັ້ງຮູບ​ແບບ​ສະຫະກອນ​ໃໝ່ ກ່ອນ​ວັນ​ທີ 02/09/2015. ກ່ຽວ​ກັບ​ຮູບ​ແບບສະຫະກອນ​ລ້ຽງ​ງົວ​ນົມລອງ​ຮ່ວາ, ​ເມືອງ​ບິ່ງ​ຖຸຍ, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ສະຫະ​ກອນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 2004, ​ໃນ​ເບື້ອງ​ຕົ້ນ​ມີ​ສະມາຊິກ​ສະຫະກອນ 12 ຄົນ ດ້ວຍ​ງົວ​ນົມ 26 ​ໂຕ, ມາ​ຮອດ​ປະຈຸ​ບັນ​ມີ​ສະມາຊິກ​ສະຫະ​ກອນ 25 ຄົນ ​ແລະ  ງົວ​ນົມ 300 ​ໂຕ, ລາຍ​ຮັບ​ສະ​ເລ່ຍຂອງ​ສະມາຊິກ​ແຕ່ລະຄົນ​ແມ່ນ 150 – 200 ລ້ານ​ດົງ/ປີ. ສະຫະ​ກອນ​ລ້ຽງ​ງົວ​ນົມ ລອງ​ຮ່ວາ ຕ້ອງ​ສະ​ເໜີ​ໃຫ້​ບັນດາ​ຂະ​ແໜງ​ທີ່​ກ່ຽວຂ້ອງ ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ ສືບ​ຕໍ່​ໜູນ​ຊ່ວຍ​ງົວ​ພັນ​ໃໝ່ ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ​ໃຫ້ຝູງ​ງົວ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ສະ​​ເໜີ​ໃຫ້​ນະຄອນ​ເກີນ​ເທີ, ຕ້ອງຄົ້ນຄວ້າ, ຊອກ​ຫາ​ບັນດາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ໃຫ້​​ສະຫະກອນ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ບັນລຸ​ປະສິດທິ​ຜົນ​ກວ່າ​ອີກ, ​ເຮັດ​​ໃຫ້​ກະສິກອນ​ກາຍ​ເປັນ​ຂົງ​ເຂດ​ສ້າງ​ຄວາມ​ຮັ່ງມີ, ປະກອບສ່ວນ​ນຳ​ພໍ່​ແມ່​ປະຊາຊົາຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແບບ​ຍື່ນ​ຍົງ.
ຂ່າວ/ບົດ​ອື່ນ