ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບຜູ້ຕາງໜ້າUNDPປະຈຳຫວຽດນາມ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບຜູ້ຕາງໜ້າUNDPປະຈຳຫວຽດນາມ - ảnh 1
ທ່ານ​ນາງ Pratibha Mehta ແລະ ່ທ່ານ ຫງວຽນ​ທ້ຽນ​ເຍີນ

(vovworld) – ຕອນ​ບ່າຍ​ວັນ​ທີ 16/1, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ ສປຊ, ຫົວໜ້າ​ຜູ້​ຕາງໜ້າ ສປຊ ປະຈຳ ຫວຽດນາມ (UNDP), ກຳມະການ​ກົມ​ກາ​ນ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ UNDP ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ​ໂຄງການ​ຮັບ​ໃຊ້​ການ​ພັດ​ທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ. ທ່ານ​ປະທານ​ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ: UNDP ​ແບ່ງປັນ​ບົດຮຽນ​ໃຫ້​ແກ່​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໃນ​ການ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ, ຜ່ານ​ນັ້ນ, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການຄຸ້ມ​ຄອງ​ເສດຖະກິດ - ສັງຄົມ.

    ທ່ານ​ນາງ Pratibha Mehta ຫວັງ​ວ່າ UNDP ​ແລະ ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະພ້ອມ​ກັນ​ຮ່ວມ​ມື​ໃນ​ການ​ຍົກ​ສູງ​ຄຸ​ນນະພາ​ບ​ການ​ຄຸ້ມ​ຄອງ​ບໍລິຫານ​ແຫ່ງ​ລັດ​ຂັ້ນ​ແຂວງ​ຢູ່​ ຫວຽດນາມ, ​ເພື່ອ​ແນ​ໃສ່​ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ສັງ​ຄົມ​​ໃຫ້​ດີ​ກ່ວາ​ອີກ, ຊ່ວຍ​ໃຫ້ ຫວຽດນາມ ຮັດ​ແຄບ​ຊ່ອງ​ຫວ່າງ​ລະ​ຫວ່າງ​ຜູ້​ຮັ່ງມີ ​ແລະ ທຸກ​ຍາກ, ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ແຫ່ງ​ລັດ, ສ້າງ​ການ​ພັດທະນາ​ແບບ​ຍືນ​ຍົງ.

 


ຂ່າວ/ບົດ​ອື່ນ