ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດສະວິດ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດສະວິດ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ແລະ ທ່ານນາງ
Beatrice Maser Mallor
(ພາບ: Baomoi.com)

(vovworld) – ​ ​ ທີ່​ການ​ຕ້ອນຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 04/01, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທາ​ນຄະນະ​ກຳມະການສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ອວຍພອນ​ທ່ານນາງເອກ​ອັກຄະ​ລັດຖະທູດ ສະ​ວິດ Beatrice Maser Mallor ມາຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າ: ຈະ​ເພີ່ມ​ທະວີກ່ວາ​ອີກ​ການ​ຮ່ວມ​ມື​ການ​ຄ້າ - ການ​ລົງທຶນ​ລະຫວ່າງ 2 ປະ​ເທດ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຂົງ​ເຂດທີ່​ ສະ​ວິດ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ຄື: ການ​ເງິນ, ທະນາຄານ, ປະກັນ​ໄພ, ​ເຕັກ​ໂນ​ໂລ​ຢີສູງ, ​ເຄມີ…​ທ່ານ ຫງວຽນ​ທ້ຽນ​ເຍີນ ກໍ່​ປາດ​ຖະໜາ​ວ່າ: ສະ​ວິດ ຈະ​ແບ່ງປັນ​ບົດຮຽນ, ໜູນ​ຊ່ວຍ ຫວຽດນາມ ສ້າງ​ລະບົບ​ການ​ສຶກສາມີ​ຄຸນ​ນະພາ​ບສູງ, ​ພິ​ເສດ​ແມ່ນ ຕິດ​ພັນ​ກັບ​ການ​ສອນ​ວິຊາ​ຊີບ, ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ດ້ວຍ​ການ​ບຳລຸງ​ສ້າງ​ຢູ່​ບັນດາ​ມະຫາວິທະຍາ​ໄລ, ສູນ​ຄົ້ນຄວ້າ.

        ສ່ວນ​ທ່ານ​​ນາງເອກ​ອັກຄະ​ລັດຖະທູດ ສະ​ວິດ Beatrice Maser Mallor ຢືນຢັນ​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ສະ​ວິດ ​ແລະ ຫວຽດນາມ ນັບ​ມື້​ນັບ​ດີງາມ. ​ເມື່ອ​ເຕື້ອງ​ເຖິງສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ກັບສະຫະ​ສະມາຄົມການ​ຄ້າ​ເສລີ ​ເອີ​ລົບ (EFTA), ທ່ານນາງ​ເອກ​ອັກຄະ​ລັດຖະທູດ ສະ​ວິດ ຊີ້​ແຈ້ງວ່າ: ສະ​ວິດ ສືບ​ຕໍ່​ສະໜັບສະໜູນ ຫວຽດນາມ ​ເພື່ອລົງ​ນາມ​ສັນຍາ​ໃນ​ໄລຍະ​ໄວທີ່​ສຸດ.

ຂ່າວ/ບົດ​ອື່ນ