ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ - ảnh 1
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນ
ຮັບເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ

(vovworld) – ຕອນ​ບ່າຍ​ວັນ​ທີ 2/2, ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ Shrimati Preeti Saran, ເອກ​ອັກ​ຄະ​ລັດ​ຖະ​ທູດ ​ອິນ​ເດຍ ປະ​ຈຳ ຫວຽດ​ນາມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ແຈ້ງ​ໃຫ້​ທ່ານ​ນາງ Shrimati Preeti Saran ຊາບ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢູ່ ສ. ອິນ​ເດຍ ໃນ​ເດືອນ 3 ຈະ​ມາ​ເຖິງ. ໃນ​ລາຍ​ການ​ເຮັດ​ວຽກ, ຄະ​ນະ​ຫວັງ​ວ່າ​ຈະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ, ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ກັບ​ສະ​ພາ​ພົວ​ພັນ​ແລກ​ປ່ຽນ​ວັດ​ທ​ະ​ນະ​ທຳ ແລະ ຫ້ອງ​ການ​ການ​ຄ້າ​ອຸດ​ສາ​ຫະ​ກຳ ອິນ​ເດຍ, ຮັບ​ຟັງ​ແຜນ​ຮ່າງກໍ່​ສ້າງນະ​ຄອນ​ສະຫຼາດ  100 ແຫ່ງ, ບົດ​ຮຽນ​ເພື່ອ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຢູ່ ອິນ​ເດຍ.

        ທີ່​ກາ​ນ​ຕ້ອນ​ຮັບ, ທ່ານ​ນາງ Shrimati Preeti Saran ຫວັງ​ວ່າ: ການ​ພົວ​ພັນ ຫວຽດ​ນາມ - ອິນ​ເດຍ ນັບ​ມື້​ນັບ​ພັດ​ທະ​ນາ ແລະ ໃຫ້​ຮູ້​ວ່າ: ຈະ​ຈັດ​ລາຍ​ການ​ຢ່າງ​ເໝາະ​ສົມ​ເພື່ອ​ໃຫ້ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຄະ​ນະ​ກ​ຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢູ່ ອິນ​ເດຍ ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.


ຂ່າວ/ບົດ​ອື່ນ