ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຝາກຈົດໝາຍອວຍພອນຊາວຄຼິດໃນໂອກາດວັນບຸນຄຼິດສະມາດ

(vovworld) - ​​​​ທີ່​ຈົດ​ໝາຍອວ​ຍ​ພອນ​ຊາວ​ຄຼິດ​ໃນ​ໂອ​ກາດ​ວັນ​ບຸນ​ຄຼິດ​ສະ​ມາດ ​ໃນ​ວັນ​ທີ 14/12, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ອວຍ​ພອຍ​ໃຫ້​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ, ​ພະ​ສົງ​ສຳ​ມະ​ເນັນ, ນັກ​ບວດ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ຜູ້​ຖືສາ​ສະ​ໜາ ກາ​ໂຕ​ລິກ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສ​ມາດ ປີ2016. ທ່ານ​ ຫງວຽນ​ທ້ຽນ​ເຍີນ ໄດ້​ຊີ້​ແຈ້ງວ່າ​: ໃນ​ປີ​ຜ່ານ​ມາ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ແລະ ສາ​ສະ​ໜາ​ໂປ​ແຕ​ັ​ສ​ຕັງ ໄດ້​ເປັນ​ເຈົ້າ​ການ​ຂົນ​ຂວາຍ​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປະ​ຕິ​ບັດ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ຫຼັກ​ອະ​ນາ​ໄມ​ດ້ານ​ສະ​ບຽງ​ອາ​ຫານ, ປົກ​ປ​ັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ… ດ້ວຍ​ບັນ​ດາ​ການ​ກະ​ທຳ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ນັ້ນ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ແລະ ​ ສາ​ສະ​ໜາ​ໂປ​ແຕ​ັ​ສ​ຕັງ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ. ທ່ານ​ປະ​ທານ ຫງວຽນ​ທ້ຽ​ນ​ເຍີນ ກໍ່​ອວຍ​ພອນ​ສ​ະ​ພາສັງ​ກະ​ລາດ ຫວຽດ​ນາມ ຫາກໍ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ສະ​ພາສັງ​ກະ​ລາດ ຫວຽດ​ນາມ ຄັ້ງ​ທີ 13 ປະ​ສົບ​ຜົນ​ສຳ​ເລັດ, ອວ​ຍ​ພອນ​ບັນ​ດາ​ສະ​ມາ​ຄົມສາ​ສະ​ໜາ​ໂປ​ແຕ​ັ​ສ​ຕັງ ຢູ່ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ເຫດ​ການ​ໃຫຍ່​ບົນ​ຈິດ​ໃຈ​ສະ​ໜິດ​ຕິດ​ພັນ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາດ.


ຂ່າວ/ບົດ​ອື່ນ