ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຝາກຈົດໝາຍອວຍພອນຜູ້ເຊື່ອຖືສາສະໜາກາວດ່າຍ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຝາກຈົດໝາຍອວຍພອນຜູ້ເຊື່ອຖືສາສະໜາກາວດ່າຍ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ
​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ​

(vovworld) - ​ໃນ​ຈົດໝາຍ​ອວຍພອນ​ປະຊາຊົນຜູ້ຖືສາສະໜາກາວດ່າຍໃນ​ໂອກາດ​ວັນ​ບຸນ​ຂອງ​ສາສະໜາ​ກາວ​ດ່າ​ຍ. ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ​ໄດ້​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ເຖິງ​ບັນດາ​ຜູ້​ທີ່​ມີ​ຍົດ​ຖາ​ບັນດາສັກ ​ແລະ ຜູ້​ທີ່​ເຊື່ອ​ຖື​ສາສະໜາ ກາວ​ດ່າ​ຍໝົດ​ທຸກ​ຄົນ. ທ່ານ​ປະທານ​ຢືນຢັນ​ວ່າ, ຜ່ານ 91 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ດ້ວຍ​ມູນ​ເຊື້ອ​ຮັກ​ຊາດ, ສະໜິດ​ຕິດ​ພັນ, ຮ່ວມ​ເດີນທາງ​ພ້ອມ​ກັບປະ​ເທດ​ຊາດ, ຜູ້​​ເຊື່ອ​ຖື​ສາສະໜາ ກາວ​ດ່າ​ຍສ່ວນ​ຫຼາຍ​ໄດ້​ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ, ສາມັກຄີ​ພ້ອມ​ກັບ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຕ້ານ​ພວກ​ສັດຕູ​ຮຸກ​ຮານ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນັບ​ແຕ່​ປະ​​ເທດ​ໄດ້​ຮັບ​ເອກະລາດ, ທ້ອນ​ໂຮມ​ເປັນ​ເອກະ​ພາບ​ມາ​ຮອດ​ປະຈຸ​ບັນ, ສາສະໜາ​ກາວ​ດ່າ​ຍຍາມ​ໃດ​ກໍ່​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ. ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ວຽກ​ງານ​ກຸສົນ​ສັງຄົມ, ລົບ​ລ້າງ​ຄວາມທຸກ​ຍາກ​ອຶດ​ຫີ​ວ, ການ​ຕອບ​ບູນ​ແທນ​ຄູນ, ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະກອບສ່ວນ​ພ້ອມ​ກັບ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດທະນາ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍິນ​ຫວັງ​ວ່າ, ປະຊາຊົນຜູ້​​ເຊື່ອ​ຖື​ສາສະໜາ ກາວ​ດ່າ​ຍຍາມ​ໃດ​ກໍ່​ມີ​ຄວາມ​ສາມັກຄີ​ສະໜິດ​ຕິດ​ພັນ​ໃນ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ; ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປະກອບສ່ວນ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

 

ຂ່າວ/ບົດ​ອື່ນ