ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມຊາວຄິຼດ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມຊາວຄິຼດ - ảnh 1
ປະທານຄະນະກຳມະການສູນກາງແນວໂ
ຮມປະເທດຊາດຫວຽດນາມຢ້ຽມຢາມຊາວຄິຼດ
(ພາບ: VGP)

(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ ຄິຼດສະມາດປີ 2016, ວັນ​ທີ 23/12 ທ່ານ ຫງວຽນທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ ​ແລະ ອວຍພອນ​ພໍ່​ແມ່​ປະຊາຊົນ​ຊາວ​ຄິຼດຢູ່​ບັນດາ​ແຂວງ ​ແທງ​ຮ໋ວາ, ນີງບີ​ງ, ທ໋າຍບີ​ງ.

        ອວຍພອນ​ພໍ່​ແມ່​ປະຊາຊົນ​ຊາວ​ຄິຼດຢູ່​ບັນດາ​ສະຖານ​ທີ່​​ເຊິ່ງທ່ານມາ​ຢ​້ຽມຢາມ ທ່ານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ ​ໃນ​ຊຸມ​ວັນ​ນີ້ ພໍ່​ແມ່​ປະຊາຊົນຊາວ​ຄິຼດ ຫວຽດນາມ ກໍ່​ຄື​ປະຊາຊົນ ຫວຽດນາມ ​ແລະ ​ໃນ​ໂລກ ​ເບີກບານ​ມ່ວນ​ຊື່ນ​ຂ່ຳນັບ​ຮັບ​ຕ້ອນ​ງານ​ບຸນ ຄິຼດສະມາດ. ງານ​ບຸນ ຄິຼດສະມາດ ​ໄດ້​ກາຍ​ເປັນ​ງານ​ບຸນ​ລວມຂອງ​ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​, ​ແມ່​ນວັນ​ມະຫາ​ສາມັກຄີ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ສົ່ງ​ຄຳ​ອວຍພອນ​ດີງາມ​ທີ່​ສຸດ, ນ້ຳ​ໃຈ​ຮັກ​​ແພງ​ທີ່​ສຸດ​ເຖິງ​ພໍ່​ແມ່​ປະຊາຊົນ​ຊາວ​ຄິຼດທຸກ​ຄົນ ພ້ອມ​ທັງ​ປາດ​ຖະໜາ​ວ່າ ພໍ່​ແມ່​ປະຊາຊົນ​ຊາວ​ຄິຼດ ສືບ​ຕໍ່​ສາມັກຄີ​ຮັກ​ຊາດ, ມີ​ການ​ປະກອບສ່ວນ​ຫລາ​ຍຢ່າງ​ເຂົ້າ​ໃນ​ການ​ພັດທະນາລວມຂອງ​ປະ​ເທດ​ຊາດ, ມີຊີວິດ​ເບີດ​ບານ​ມ່ວນຊື່ນ, ມີ​ຄວາມຜາ​ສຸກ, ຢູ່​ໃນ​ສິນ​ກິນ​ໃນ​ທຳ. ຢືນຢັນ​ບົດບາດ​ໃຫຍ່​ຫລວງ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ​ຄິຼດ ​ເຊິ່ງ​ໄດ້ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາລວມຂອງ​ປະ​ເທດ​ຊາດ, ທ່ານ ຫງວຽນ​ທ້ຽນ​ເຍີນ ປາດ​ຖະໜາ​ວ່າບັນດາຄຸນ​ພໍ່​ສາມັກຄີຊາວ​ຄິຼດ ​ເພື່ອ​ປະກອບ​ກຳລັງ​ເຂົ້າ​ໃນ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ຂ່າວ/ບົດ​ອື່ນ