ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມບັນດາຮູບແບບສະຫະກອນທີ່ດີເດັ່ນຢູ່ວິ້ງລອ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມບັນດາຮູບແບບສະຫະກອນທີ່ດີເດັ່ນຢູ່ວິ້ງລອ - ảnh 1
 ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ ແລະ ເຮັດວຽກກັບສະຫະກອນ
​ບໍລິການກະສິກຳ ຊວນ​ຮຽບ ແລະ ສະຫະກອນ​ຜັກ​ສະອາດ ​ເຟືອ​ກ​ເຮົ້າ
(ພາບ: Huỳnh Kim Phượng –TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 14/4, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບສະຫະກອນ​ບໍລິການ​ກະສິກຳ ຊວນ​ຮຽບ (​ເມືອງ ຈ່າ​ໂອນ) ​ແລະ ສະຫະກອນ​ຜັກ​ສະອາດ ​ເຟືອ​ກ​ເຮົ້າ (ເມືອງ ລອງ​ໂຮ່) ​ເຊິ່ງ​ແມ່ນ 2 ຮູບ​ແບບ​ສະຫະກອນ​ທີ່​ດີ​ເດັ່ນ​ຂອງ​ແຂວງ ວິ້ງລອງ. ທ່ານ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ບັນດາ​ຮູບ​ແບບ​ສະຫະກອນ​ຜະລິດທີ່ມີຫຼາຍ​ຮູບ​ຫຼາຍ​ແບບຂອງ​ແຂວງ ວິ້ງ​ລອງ, ​ສະ​ເໜີບັນດາຄອບຄົວ​ສະມາ​ຊິກ​ໃນ​ສະຫະກອນ​ຄວນ​ພັດທະນາ​ຮູບ​​ແບບ​ລ້ຽງສັດ​​ຕື່ມ​ອີກ, ​ເຮັດ​ບໍລິການ​ເພື່ອ​ແກ້​ໄຂສະພາບ​ວ່າງ​ງານ​ຂອງ​ຊາວ​ກະ​ສິກ​ອນ ​ແລະ ​ເພີ່ມ​​ລາຍ​ຮັບຕື່ມ​ອີກ. ທ່ານ ຫງວຽນ​ທ້ຽນ​ເຍີນ ຮັບ​ເອົາ​ບັນດາ​ຂໍ້​ສະ​ເໜີ​ຂອງ​ສະຫະກອນ ​ແລະ ສະ​ເໜີ​ແຂວງ ວິ້ງ​ລອງ ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ໃຫ້​ສະຫະກອນ​ບັນດາ​ບັນ​ຫາ​ຄື: ​ເນື້ອ​ທີ່​ດິນ​ຜະລິດ, ສະຖານ​ທີ່​ຂາຍ​ຜະລິດ​ຕະພັນ, ຍູ້​ແຮງ​ການສົ່ງ​ເສີມ​ການ​ຄ້າ ສ້າງ​ເງື່ອນ​ໄຂ​ໃຫ້​ສະຫະກອນ​ແນະນຳ​ສິນຄ້າ ​ເພື່ອ​ຊອກ​ຫາ​ຄູ່​ຮ່ວມ​ມື, ຮ່ວມ​ສຳພັນ​ສັນຍາ​ກັບ​ວິ​ສາ​ຫະກິດ ​ເພື່ອ​ເປີດ​ກ້ວາງ​ຕະຫຼາດ​ໃຊ້​ສອຍ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ