ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມແລະເຮັດວຽກຢູ່ແຂວງຈ່າວິງ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມແລະເຮັດວຽກຢູ່ແຂວງຈ່າວິງ - ảnh 1
ທ່ານ ຫງວຽນທ້ຽນເຍີນ ເຮັດວຽກກັບການນຳແຂວງ ຈ່າວິງ
(ພາບ: vovgiaothong.vn)


 (vovworld) - ວັນ​ທີ 12/4, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົນ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ລົງ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຈ່າ​ວິ​ງ ​ແລະ ສະຫະພັນ​ສະຫະກອນ​ຫວຽດນາມ ​ແຂວງ ຈ່າ​ວິ​ງ. ທ່ານ ຫງວຽນ​ທ້ຽນ​ເຍີນ ຍົກ​ອອກ​ທິດ​ທາງ​ຈຳນວນ​ໜຶ່ງໃຫ້​ແຂວງ ຈ່າ​ວິ​ງ ​ເພື່ອ​ພັດທະນາ​ກະສິກຳ​ຕິດ​ພັນ​ກັບ​ຮູບ​ແບບ​ກໍ່ສ້າງ​ສະຫະກອນ​​ໃໝ່, ກຳນົດ​ຮູບ​ແບບ​ລົງທຶນ​ໃໝ່​ໃນ​ເຂດ​ເສດຖະກິດ,​ ກຳນົດ​ທິດບຸລິມະສິດ​ການ​ລົງທຶນ​ຈຸດ​ສຸມທີ່ສ້າງ​ຄວາມ​ດຶງ​ດູດ​​ໃຫ້ນັກ​ລົງທຶນ​ຈາກ​ຕ່າງປະ​ທດ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ.

                ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ແຂວງ ຈ່າ​ວິ​ງ, ທ່ານ ຫງວຽນ​ທ້ຽນ​ເຍີນ ກໍ່​ລົງ​ຢ້ຽມຢາມ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ​ພຸດ​ທະ​ສາ​ສະໜາຫ້ອງ​ການ​ສະມາຄົມ​ມິດຕະພາບ​ພະສົງ​ຮັກ​ຊາດແຂວງ ຈ່າ​ວິ​ງ ​ແລະ ​ເຂົ້າ​ຮ່ວມ​ພິທີມອບງົວ​ 100 ​ໂຕ ​ກໍ່​ຄືມອບ​ຂອງຂວັນ​ໃຫ້​ແກ່​ຄອບຄົວ​ຊາວ​ກະສິກອນ​ທີ່​ທຸກ​ຍາກ​ຢູ່​ແຂວງ ຈ່າ​ວິ​ງ.
ຂ່າວ/ບົດ​ອື່ນ