ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນສຳຫຼວດກວດກາຮູບແບບສະຫະກອນຢູ່ແທງຮ໋ວາ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນສຳຫຼວດກວດກາຮູບແບບສະຫະກອນຢູ່ແທງຮ໋ວາ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ​ສຳ​ຫຼວດກວດກາຮູບ​ແບບ
ສະຫະກອນກະສິກຳ​ ຟຸ໋​ລົກ


(vovworld) – ​ຕອນ​ເຊົ້າ​ວັນ​ທີ 13/5, ທ່ານປະທານຄະນະກຳມະການ​ສູນ​ກາງ​ແນວ​​ໂຮມປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ລົງສຳ​ຫຼວດກວດກາຮູບ​ແບບ​ສະຫະກອນ​ຢູ່​ແຂວງ ​ແທງ​ຮ໋ວາ. ​ເມື່ອ​ໂອ້​ລົມກັບ​ພໍ່​ແມ່​ພີ່ນ້ອງ​ສະມາຊິກ​ສະຫະກອນ​ບໍລິການກະສິກຳ​ຢູ່ ຕາ​ແສງ ຟຸ໋​ລົກ, ​ເມືອງ ​ເຮົ້າ​ລົກ, ທ່ານ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​​ເລື່ອງ​ສະຫະກອນ ຈັດ​ຕັ້ງ​ການສະໜອງສົ້ນ​ເຂົ້າ​ໃຫ້​ບັນດາ​ຄອບຄົວ​ຂອງ​ສະຫະກອນ​ໃນ​ການ​ຜະລິດ​ກະສິກຳ​ດ້ວຍ​ອັດຕາ​ສ່ວນ 70% ຂົງເຂດ​​ຊື້​ຜະລິດ​ຕະພັນ​ຂອງ​ສະຫະກອນ ​ເພື່ອ​ໃຫ້​ສະມາຊິກ​ສະຫະກອນ​ອຸ່ນ​ອ່ຽນ​ໃຈ​ໃນ​ວິວັດ​ການນຳ​ໃຊ້. ພິ​ເສດ​ສະຫະກອນ​ໄດ້​ຊອກ​ຫາ​ສັນຍາ ​ແລະ ​ການຈຳໜ່າຍສົ້ນ​ອອກ​ໃຫ້​ສະມາຊິກ​ສະຫະກອນ ​ເພື່ອ​ໃຫ້ສະມາຊິກ​ສະຫະກອນອຸ່ນ​ອ່ຽນ​ໃຈ​ໃນ​ການ​ຜະລິດ ​ແລະ ມີ​ສົ້ນ​ອອກສະຫງົບ​ປົກກະ​ຕີ. ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ຫງວຽນ​ທ້ຽນ​ເຍີນ ກໍ​ລົງ​ສຳ​ຫຼວດກວດກາ​ຢູ່ ສະຫະກອນ​ບໍລິການ​ລ້ຽງ, ປູກສິນ​ໃນ​ນ້ຳ ຮວັ່ນຟອງ, ​ເມືອງ ຮວັ່ນ​ຮ໋ວາ. ນີ​ແມ່ນ​ສະຫະກອນ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຄົມມະ​ນາ​ຄົມ, ຊົນລະປະທານ. ທຸກ​ໆ​ປີ, ສະຫະກອນ​ໄດ້​ ​ສະໜອງ​ບໍລິການ​ສະບາຍ​ນ້ຳ​ຮັບ​ໃຊ້​ການ​ລ້ຽງ, ປູກ​ສິນ​ໃນ​ນ້ຳ ​ແລະ ສະໜອງ​​ແນວ​ພັນ​.

ຂ່າວ/ບົດ​ອື່ນ