ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກກັບຕາແສງຮວ່າກວາງນາມ,ແຂວງຟູອຽນ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກກັບຕາແສງຮວ່າກວາງນາມ,ແຂວງຟູອຽນ - ảnh 1
ທ່ານຫງວຽນທ້ຽນເຍີນ ເຮັດວຽກກັບການນຳຕາແສງ
ຮວ່າກວາງ​ນາມ


(vovworld)- ຕອນ​ເຊົ້າ​ວັນ​ທີ 24/8, ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຕາ​ແສງ ຮວ່າກວາງ​ນາມ​, ​ເມືອງ ຟູຮວ່າ, ​ແຂວງ ຟູ​ອຽນ ກ່ຽວ​ກັບ​ການ​ປະຕິບັດ​ລາຍການ​ສຳ​ຫລວດ​ກວດກາ​ນະ​ໂຍບາຍ​ບຸລິມະສິດ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ: ການ​ສຳ​ຫລວດ​ກວດກາ​ນະ​ໂຍບາຍ​ບຸລິມະສິດ​ສຳລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ ​ແມ່ນ​ການ​ປະຕິບັດ​ນະ​ໂຍບາຍ​ຕອບ​ບຸນ​ແທນ​ຄຸນ, ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳຂອງ​ພັກ, ລັດ ສຳລັບ​ຜູ້​ມີ​ຄຸນງາມຄວາມດີ, ຄວນ​ປະຕິບັດ​​ໂດຍ​ໄວ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຊົມ​ໃຊ້​ລະບອບ​ນະ​ໂຍບາຍ. ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເຫ​ນີ: ຕາ​ແສງ ຮວ່າກວາງ​ນາມ ຄວນ​ສຳ​ເລັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ໃຫ້​ແກ່​ບັນດາ​ຄອບຄົວ​ມີ​ຄຸນງາ​ມຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ໂດຍ​ໄວ, ຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ມີ​ຊີວິດ​ເປັນ​ປົກກະຕິ, ພ້ອມ​ກັນ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອຕໍ່​ພັກ ​ແລະ ລັດ.

 

 

 

ຂ່າວ/ບົດ​ອື່ນ