ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນເຜົ່າ ຈຳ

ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບຄະນະຜູ້ແທນເຜົ່າ ຈຳ - ảnh 1
ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຮີ່ງດາມ
ຕ້ອນຮັບ​ຄະນະ​ຜູ້​ແທນຜູ້​ຊົງ​ຄຸນ​ວຸດ​ທິ​​ປັນຍາ​ຊົນ​ເຜົ່າ​ຈຳ
(ພາບ: cpv.org.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 25/11, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຮີ່ງດາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນຜູ້​ຊົງ​ຄຸນ​ວຸດ​ທິ​​ປັນຍາ​ຊົນ​ເຜົ່າ​ຈຳ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະຜູ້​ແທນ​ມາ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ມໍລະດົກ​ວັດທະນະທຳ​ຫວຽດນາມ, ​ເປີດ​ສະໜອງກຸ່ມທາດ​ຈຳ ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ ຮີ່ງດາມ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ເລິກ​​ຊິ່ງ ​ເພື່ອ​ແນ​ໃສ່​ຮັກສາ, ​ເສີມ​ຂະ​ຫຍາ​ຍບັນດາ​ຄຸນຄ່າ​ວັດທະນະທຊົນຳ​ເຜົ່າ, ສະ​ແດງ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢ່າງ​ມີ​ຊີວິດ​ຊີວາ. ທ່ານ​ປະທານ ຮີ່ງດາມ ​ເຊື່ອ​ໝັ້ນ​ວ່າ ບັນດາ​ຜູ້​ແທນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມະຫາ​ສາມັກຄີ​ບັນດາ​ເຜົ່າ, ຮ່ວມ​ມື​ສ້າງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ນັບ​ມື້​ນັບ​​ເຂັ້ມ​ແຂງ, ມີ​ຄຸນສົມບັດ​ເພື່ອ​ຮັບ​ມື​ກັບ​ຫາງ​ສຽງ​ບໍ່​ຖືກຕ້​ອງ, ​ກໍ່​ຄວາມ​ແບ່ງ​ແຍກ​ລະຫວ່າງ​ບັນດາ​ຊົນ​ຊາດ​ຊົນ​ເຜົ່າ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ສະ​ເໜີ​ຈັດ​ບັນດາ​ການ​ເຄື່​ອນ​ໄຫວ​ວັດທະນະທຳ​ເປັນ​ປະຈຳ ​ເພື່ອ​ໃຫ້​ພໍ​ແມ່​ປະຊາຊົນບັນດາ​ເຜົ່າຢ້ຽມຢາມ, ​ແລກປ່ຽນ ​ແລະ ​ເຂົ້າ​ຮ່ວມ​​ໃນ​ຊາ​ຄາ​ຮ່ວມຢູ່​ບ້ານ​ວັດທະນະທຳ​ບັນດາ​ເຜົ່າ​ຫວຽດນາມ.

ຂ່າວ/ບົດ​ອື່ນ