ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມເຈລະຈາກັບຜູ້ອຳນວຍການໃຫຍ່ອົງການ UNESCO

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ໄດ້ມາເຖິງຮ່າໂນ້ຍ

ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມເຈລະຈາກັບຜູ້ອຳນວຍການໃຫຍ່ອົງການ UNESCO - ảnh 1 (ທ່ານປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ເລຮ່ວາຍຈຸງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ມີການເຈລະຈາກັບທ່ານນາງ Irina Bokova)

ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 24 – 27 ສິງຫາ. ຕອນບ່າຍວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ເລຮ່ວາຍຈຸງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ມີການເຈລະຈາກັບທ່ານນາງ Irina Bokova. ນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ UNESCO ໃນການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງຮອດປີ 2030 ຂອງສະຫະປະຊາຊາດ ແລະ ປາດຖະໜາວ່າ, ຫວຽດນາມ ແລະ UNESCO ອາດຈະເພີ່ມທະວີການຮ່ວມມືກວ່າອີກ, ພ້ອມກັນແບ່ງປັນບັນດາແນວຄວາມຄິດ ແລະ ບົດຮຽນຂອງແຕ່ລະຝ່າຍ, ເພື່ອຮັບໃຊ້ການພັດທະນາເສດຖະກິດ, ສັງຄົມແບບຍືນຍົງ.

        ສ່ວນທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ UNESCO ໄດ້ຕີລາຄາສູງເລື່ອງຫວຽດນາມ ເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງອາຊຽນ ແລະ UNESCO, ໂດຍສະເພາະໃນສະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອົງການອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ