ປະທານຄະນະປະຈຳສະພາ ແຫ່ງຊາດ ສປປເກົາຫຼີ ສິ້ນສຸດການຢ້ຽມຢາມ ຫວຽດນາມ

ປະທານຄະນະປະຈຳສະພາ ແຫ່ງຊາດ ສປປເກົາຫຼີ ສິ້ນສຸດການຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ປະທານ Kim Yong Nam ໄດ້ຮັບການຕ້ອນຮັບຈາກ  ທ່ານເລຂາ ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ຢ່າງສະໜິດສະໜົມ


Vovworld- ວັນ​ທີ 7/8 ທ່ານ Kim Yong Nam ​ປະທານ​ຄະນະ​ປະຈຳ​ສະພາ​​ແຫ່ງຊາດ ສປປ​ເກົາຫຼີ ​ໄດ້​ເດີ​ນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ​ເປັນ​ທາງ​ການຢ່າງດີງາມ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານ Kim Yong Nam ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະ​ທານ​ປະ​ເທດ​ຫວຽດນາມ Truong Tan Sang , ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ນາຍົກ​ລັດຖະມົນຕີ Nguyen Tan Dung ; ​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະຊີວິດ​ເພື່ອ​ຊາດ ​ແລະ ​ເຂົ້າ​ຄຳນັບ​ສຸສານ​ປະທານ ​ໂຮ່ຈິ​ມິນ.

    ທີ່​ການ​ພົບ​ປະ​ຕ່າງໆ, ທ່ານ​ປະທານ Kim Yong Nam ພ້ອມ​ກັບ​ບັນດາ​ການ​ນຳ​ພັກ, ລັດ​ຫວຽດນາມ ​ໄດ້​ຢືນຢັນ​ຄວາມ​ຫວັງ​ຢາກ​ປັບປຸງ ​ແລະ ພັດທະນາ​ກາ​ນພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ ​ເພື​ອ່ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ທະ​ໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຂອງ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ. 2 ຝ່າຍ​ໄດ້​ເຫັນ​ດີ​ສື​ບຕໍ່​ດຳ​ເນີນ​ການ​ຢ້ຽມຢາມ ​ແລະ ພົ​ບປະ​ຂັ້ນ​ສູງ, ​ແລກປ່ຽນ​ຄະນະ​ຜູ້​ແທນ​, ຂະ​ແໜງ​ການຂັ້ນ​ຕ່າງໆ ​ແລະ ທ້ອງ​ຖິ່ນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ບົນ​ຫຼັກການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ​ເລັ່ງ​ໃສ່​ແລກປ່ຽນ​ມາດ​ຕະການ​ແກ້​ໄຂ​ຮົ້ວ​ກິດ​ຂວາງ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ. ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສີ​ກຳ, ວັດທະ ນະທຳ, ສິລະ​ປະ, ກິລາກາຍຍະກຳ, ສຶກສາ​ບຳລຸງ​ສ້າງ​ ​ແລະ ການພົວພັນ​ແລກ ປ່ຽນລະຫວ່າງ​ປະຊາຊົນ​ 2 ປະ​ເທດ. ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນ​ຫາ​ໃນ​ແຫຼມ​ເກົາຫຼີ, ຫວຽດນາມ​ມີ​ທັດສະນະ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍສະໜັບສະໜູນ​ການ​ສ້າງ​ແຫຼມ​ເກົາຫຼີ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ ​ແລະ ປອດ​ນິວ​ເຄຼຍ ​ແລະ ປາດ​ທະ​ໜາວ່າ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງ​ມານະ​ພະຍາຍາມ​ຊຸກຍູ້ການ​ສົນທະນາ ​ແລະ ມີ​ການ​ກະທຳ​ທີ່​ແທດ​ຈິງ ​ແນ​ໃສ່​ຊຸກຍູ້​ວິວັດທະນາ​ການ​ສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ; ສະໜັບ ສະໜູນການ​ສົນທະນາ, ​ໄກ່​ເກັ່ຍ, ຮ່ວມ​ມື, ສັນຕິພາບ​ເອກະ​ພາບ​ລະຫວ່າງ 2 ພາກ​ເກົາຫຼີ; ບໍ່​ສະໜັບສະໜູນ​ການ​ນຳ​ໃຊ້ ຫຼື​ ນາບ​ຂູ່ນຳ​ໃຊ້​ກຳລັງ​ອາວຸດ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ Kim Yong Nam ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ຕໍ່​ການ​ແກ້​ໄຂ​ການ​ພິພາດ ​ແລະ ບັນດາ​ບັນຫາ​ເກີດ​ໃໝ່​ໂດຍ​ຜ່ານ​ສັນຕິ​ວິທີ ​ແນ​ໃສ່​ເພີ່ມ​ທະວີ​ການ​ພົ​ວພັນ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ