ປະທານນາທິບໍດີຝລັ່ງໃຫ້ຄຳໝັ້ນສັນຍາໜູນຊ່ວຍເກຼັກປະຕິບັດການປະຕິຮູບ

ປະທານນາທິບໍດີຝລັ່ງໃຫ້ຄຳໝັ້ນສັນຍາໜູນຊ່ວຍເກຼັກປະຕິບັດການປະຕິຮູບ - ảnh 1
ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ພົບປະກັບ
ທ່ານ​ນາຍົກລັດຖະມົນ​ຕີ​ເກຼັກ Alexis Tsipras
(ພາບ: AFP/TTXVN)


(vovworld) – ​ໃນ​ການ​ຢ້ຽມຢາມ​ເກຼັກ ວັນ​ທີ 23/10, ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ​ໃຫ້​ຮູ້​ວ່າ, ຝລັ່ງ ຈະ​ຊ່ວຍ​ເກຼັກ ປະຕິບັດ​ບັນດາການ​ປະຕິ​ຮູບ ​ເພື່ອ​ແລກ​ເອົາ​ບ້ວງ​ເງິນ​ການ​ຄ້າ ດ້ວຍ​ວິທີ​ຫັນ​ລັດ​ເປັນ​ທັນ​ສະ​ໄໝ ​ແລະ ຄຸ້ມ​ຄອງ​ພາ​ສີ. ຄຳ​ຖະ​ແຫຼ​ງ​ໄດ້​ຍົກ​ອອກ​ມາ ພາຍຫຼັງ​ທ່ານ​ປະທານາ​ທິບໍດີ​ຝລັ່ງ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຄູ່​ຮ່ວມ​ມື​ຍຸດທະ​ສາດ​ກັບ​ທ່ານ​ນາຍົກລັດຖະມົນ​ຕີ​ເກຼັກ Alexis Tsipras. ທ່ານ Hollande ກໍ​ໄດ້ຊົມ​ເຊີຍ​ຂໍ້​ຕົກລົງ​ຂອງ​ເກຼັກ ສືບ​ຕໍ່​ເສັ້ນທາງ​ປະຕິ​ຮູບ ​​ເພື່ອ​​ແລ​​ກ​ເອົາ​ບ້ວງ​ເງິນກູ່້ຊ່ວຍ​ການ​ເງິນ​ທີ 2 ຊ່ວຍ Athens ຫຼີກ​ລ້ຽງ​ການ​ລົ້ມ​ລະ​ລາຍໜີ້​ສິນ, ທ່ານ Hollande ​ກໍ​ສະ​​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນຄວາມ​ຮຽກ​ຮ້ອງ​ຂອງ​​ເກຼັກ ສຳລັບ​ສະຫະພາບ​ເອີ​ລົບ (EU) ກ່ຽວ​ກັບ​ບ້ວງ​ເງິນກູ້​ຊ່ວຍ​ຕື່ມ​ອີກ 330 ລ້ານ​ເອີ​ໂລ ​​ໃຫ້​ປີ 2016 ​ເພື່ອ​ແນ​ໃສ່​ຮັບ​ມືກັບຂະ​ບວນ​ຄົນ​ອົບ​ພະຍົບ.

ຂ່າວ/ບົດ​ອື່ນ