ປະທານນາທິບໍດີອາເມລິກາຖະແຫຼງພ້ອມແລ້ວ ທີ່ຈະຮ່ວມມືກັບສະພາແຫ່ງຊາດຊຸດໃໝ່

ປະທານນາທິບໍດີອາເມລິກາຖະແຫຼງພ້ອມແລ້ວ ທີ່ຈະຮ່ວມມືກັບສະພາແຫ່ງຊາດຊຸດໃໝ່ - ảnh 1
ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
ກ່າວປາໄສຢູ່​ທຳນຽບຂາວ
(ພາບ: AP)


(vovworld) – ຮຸ່ງ​ເຊົ້າ​ວັນ​ທີ 06/11 (ຕາມ​ເວລາ​ຫວຽດນາມ), ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ໄດ້ມີບົດກ່າວປາໄສຄັ້ງທຳອິດຢ່າງເປັນທາງການ ພາຍຫຼັງພັກປະຊາທິປະໄຕ ປະລາໄຊຕໍ່​ຄ່​ູແຂ່ງ​ພັກສາ​ທາ​ລະນະໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 05/11.

        ​ໃນ​ບົດ​ກ່າວ​ປາ​ໄສ​ຢູ່​ທຳນຽບຂາວ, ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຢືນຢັນ, ​ພ້ອມ​ແລ້ວ​ຈະ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ​ຊຸດໃໝ່ ​ແລະ ດ້ວຍຈຸດໝາຍ​​ຈະ​ເຮັດ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​​ປະຊາຊົນ, ລວມທັງ​ບາງ​ຂົງ​ເຂດ​ເຊິ່ງທ່ານ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ບັນດາ​ສະມາຊິກ​ພັກສາ​ທາ​ລະນະ​ໃນ 2 – 3 ປີຜ່ານມາ. ທ່ານ Barack Obama  ​ຫວັງ​ວ່າ, ບັນດາ​ການ​ນຳ​ພັກສາ​ທາ​ລະນະ ຢູ່​ສະພາ​ແຫ່ງ​ຊາດ​ຈະ​ຮ່ວມ​ມື​ກັບ​ລັດຖະບານ.

        “​ແນ່ນອນ​ວ່າ ພວກ​ເຮົາ​ຈະ​ຊອກຫາ​ບັນດາ​ວິທີ​ສົມທົບ​ກັນ​ກ່ຽວ​ກັບ​ບັນດາ​ບັນຫາ​ເຊິ່ງປະຊາຊົນ​ອາ​ເມ​ລິ​ກາ ພວມ​​ເຫັນ​ດີ​ເຫັນ​ພ້ອມ. ຂ້າພະ​ເຂົ້າ​ລໍຖ້າ​ບັນດາ​ການ​ນຳ​ພັກສາ​ທາ​ລະນະ ຊຸກ​ຍຸ​້​ໂຄງການ​ດຳ​ເນີນ​ງານ ​​ໃນ​ຂະນະ​ທີ່ຈະ​ສະ​ເໜີ​ບັນດາ​ແນວ​ຄວາມ​ຄິດ​ຂອງ​ຕົນ​ກ່ຽວ​ກັບ​ຂົງ​ເຂດ​ເຊິ່ງພວກ​ເຮົາ​ສາມາດ​ຮ່ວມ​ມື ​ເພື່ອ​ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງຕ້ອງການ​ດ້ານ​ເສດຖະກິດ​ຂອງ​ປະ​ຊາຊົນ”.

        ​ເມື່ອ​ໂຕ້ຕອບ​ຄຳ​ຮຽກຮ້ອງ​​ໃຫ້ການຮ່ວມ​ມື​ຂອງ​ທ່ານ Obama, ​ໃນ​ການ​ຕອບ​ສຳພາດ​ຢູ່​ລັດ Kentucky, ສະພາ​ຊິກ​ສະພາ​ສູງ Mitch Mc Connell, ຄາດ​ວ່າ​ຈະ​ດຳລົງ​ຕຳ​ແໜ່​ງ​ຜູ້ນຳ​ພັກສາ​ທາ​ລະນະ ຊຶ່ງ​ກວມ​ທີ່​ນັ່ງ​ສ່ວນ​ຫຼາຍຢູ່​ສະພາ​ສູງ, ພາຍຫຼັງ​ສະພາ​ແຫ່ງ​ຊາດຊຸດ​ໃໝ່ ສະບາ​ນຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງ, ​ໄດ້​ເວົ້າ​ວ່າ, ທ່ານ​ຈະ​​ເຮັດ​ວຽກ​ກັບ​ທ່ານ Obama ​ເພື່ອ​ອະນຸມັດ​ຜ່ານ​ບັນດາ​ສັນຍາ​ການ​ຄ້າ​ສາກົນ ​ແລະ ປະຕິ​ຮູບ​ສ່ວຍ​ສາ​ອາກອນ. ຄາດ​ວ່າ, ທ່ານ Obama ​ແລະ ບັນດາ​ການ​ນຳ​ພັກສາ​ທາ​ລະນະ ຢູ່​ສະ​ພາ​ແຫ່​ງຊາດ ຈະ​ມີ​ການ​ພົບ​ປະ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 07/11.

ຂ່າວ/ບົດ​ອື່ນ