ປະທານປະເທດ Truong Tan Sang ຕ້ອນຮັບຂ້າຫຼວງໃຫຍ່ກ່ຽວກັບການພັດທະນາ EU

ປະທານປະເທດ Truong Tan Sang ຕ້ອນຮັບຂ້າຫຼວງໃຫຍ່ກ່ຽວກັບການພັດທະນາ EU - ảnh 1
ທ່ານປະທານ​ປະ​ເທດ Truong Tan Sang ຕ້ອນຮັບ ທ່ານAndris Piebalgs.
(ພາບ: vietnamplus.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 29/3, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ໃຫ້ການຕ້ອນຮັບຂ້າ​ຫຼວງ​ໃຫຍ່​ກ່ຽວ​ກັບ​ການ​ພັດທະນາ​ສະຫະພາບ​ເອີ​ລົບ EU Andris ທີ່​ພວມ​ຢ້ຽມຢາມ ​ແລະ​ ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ, ຫວຽດນາມ ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ສາຍ​ພົວພັນ​ກັບ EU  ​ແລະ ​ຫວຽດນາມ​ ຈະເປັນ​ຂົວ​ເຊື່ອມ​ຕໍ່ ​ເພື່ອ​ໃຫ້ EU ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ກຸມ​ອາ​ຊຽນ. ທ່ານປະທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ວ່າ, ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ກວ່າ​ອີກ, ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານຂ້າ​ຫຼວງ​ໃຫຍ່ Andris ກໍ່​ຢືນຢັນ​ວ່າ, EU ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ເງິນ​ ODA ປະມານ 1 ຕຶ້ USD ​ໃຫ້​ແກ່​ຫວຽດນາມ, ພ້ອມ​ທັງ​ຊ່ວຍ​ເຫຼືອ​ລ້າ​ໃຫ້​ຫວຽດນາມ​ ໃນ​ບັນດາ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ສາທາລະນະ​ສຸກ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ..

 

ຕອບກັບ

ຂ່າວ/ບົດ​ອື່ນ