ປະທານປະເທດ Truong Tan Sang ມອບຫຼຽນໄຊ ໂຮ່ຈິມິນ ໃຫ້ທ່ານ Raymond Aubrac

ປະທານປະເທດ Truong Tan Sang ມອບຫຼຽນໄຊ ໂຮ່ຈິມິນ ໃຫ້ທ່ານ Raymond Aubrac - ảnh 1
ທ່ານປະທານ​ປະ​ເທດ Truong Tan Sang ​ມອບ​ຫຼຽນ​ໄຊ ​ໂຮ່ຈິ​ມິນ
ໃຫ້​ທ່ານ Raymond Aubrac, ນັກຮົບ​ປະຕິ​ວັດ​ທີ່​​ໂດງ​ດັ່ງ​ຂອງຝລັ່ງ
(ພາບ: truongtansang.net)


(vovworld) -     ຕອນ​ຄໍ່າ​ວັນ​ທີ 25/9, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້ມອບ​ຫຼຽນ​ໄຊ ​ໂຮ່ຈິ​ມິນ ​ໃຫ້​ທ່ານ Raymond Aubrac, ນັກຮົບ​ປະຕິ​ວັດ​ທີ່​​ໂດງ​ດັ່ງ​ຂອງຝລັ່ງ ​ໃນສະ​ໄໝ​ສົງຄາມ​ໂລກ​ຄັ້ງ​ທີ່​ສອງ, ​ແມ່ນ​ເພື່ອນ​ມິດ​ທີ່​ສະໜິດສະໜົມ​ກັບ​ປະຊາຊົນ​ຫວຽດນາມ. ທ່ານ​ນາງ Elizaveth Aubrac, ລູກ​ຊາວ​ຂອງ​ທ່ານ Raymond Aubrac, ​ໄດ້​ຕາງໜ້າ​​ໃຫ້ຄອບຄົວ​ຂຶ້ນຮັບ​ລາງ​ວັນ​ອັນ​ສູງ​ສົ່ງ​ນີ້​ ​ໂດຍ​ພັກ ​ແລະ ລັດ​ຫວຽດນາມ ມອບ​ໃຫ້. ທີ່​ພິທີ, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ ທ່ານ Raymond Aubrac ບໍ່​ພຽງ​ແຕ່​ປະກອບສ່ວນ​ໃຫ້​ແກ່​ພາລະກິດ​ປະຕິວັດ​ຂອງຫວຽ​ດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເພື່ອ​ນມິດສາກົນທີ່​ສັດ​ຊື່​ບໍລິສຸດ​ຈົ່ງ​ຮັກ​ພັກດີຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ, ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ ອີກ​ດ້ວຍ. ດ້ວຍ​ບັນດາ​ການ​ອຸທິດ​ສ່ວນ​ຂອງ​ທ່ານ Raymond Aubrac ຕໍ່​ການ​ປະຕິວັດ​ຂອງ​ຫວຽດນາມ, ທ່ານ​ໄດ້​ຮັບ​ບັນດາຫຼຽນ​ໄຊ, ​ຫຼຽນ​ກາ ອັນ​ສູງ​ສົ່ງ​ຈາກ​ລັດ​ຫວຽດນາມ. ​ເລື່ອງ​ມອບຫຼຽນ​ໄຊ ​ໂຮ່ຈິ​ມິນ ​ໃນ​ຄັ້ງ​ນີ້​ໃຫ້​ທ່ານແມ່ນ​ສືບ​ຕໍ່​ຮັບ​ຮູ້​ບຸ​ນຄຸນ​ອັນ​ໃຫຍ່​ຫຼວງ​ຂອງ​ທ່ານ Raymond Aubrac, ສະ​ແດງ​​ໃຫ້​ເຫັນມູນ​ເຊື້ອ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດຮອດ​ຄຸນ​ນ້ຳຂອງ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ