ປະທານປະເທດ Truong Tan Sang ເຂົ້າຮ່ວມ APEC 20 ແລະ ຢ້ຽມຢາມ ກາສັກສະຖານ

ປະທານປະເທດ Truong Tan Sang ເຂົ້າຮ່ວມ APEC 20 ແລະ ຢ້ຽມຢາມ ກາສັກສະຖານ - ảnh 1
ກອງ​ປະຊຸມ APEC - 20
(ພາບປະກອບ)

(vovworld) -     ວັນ​ທີ 6/9, ທ່ານປະທານ​ປະ​ເທດ Truong Tan Sang ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເດີນທາງ​ອອກຈາກ​ຮ່າ​ໂນ້ຍ ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມຂັ້ນ​ສູງ ​ເວທີ​ປາ​ໄສຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ ຄັ້ງ​ທີ 20 (APEC - 20) ​ແລະ ຢ້ຽມຢາມທາງ​ລັດຖະກິດ​ເຖິງ ສ.ກາສັກສະຖານ ​ແຕ່​ວັນ​ທີ 7 – 11/9. ການ​​ເຂົ້າ​ຮ່ວມ APEC 20 ແລະ ການຢ້ຽມຢາມ​ ສ.ກາຣັກສະຖານ ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ປະ​ເທດ​ພ້ອມ​ກັນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຫວຽດນາມ ທີ່ເວທີ​ປາ​ໄສ APEC ​​ໂດຍ​ຜ່ານ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ກັບ APEC ຢ່າງ​ຕັ້ງໜ້າ ​ແລະ ບັນດາ​ເນື້ອ​ໃນ​ໃຫຍ່​ຂອງ​ກອງ​ປະຊຸມ, ພ້ອມ​ທັງ​​ຢືນຢັນ​​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບກາສັກສະຖານ.

ໃນຕອນ​ບ່າຍ​ຂອງວັນ​ທີ 6/9,​ ທ່ານປະທານ​ປະ​ເທດ Truong Tan Sang ​ເມື່ອ​ມາຮອດ Vladivostok ​ແຫ່ງ​ສະຫະພັນ​ລັດ​ເຊຍ. ທ່ານ​ໄດ້​ມີ​ການ​ພົບ​ປະ​ ​ແລະ ​ໂອ້​ລົມກັບພະນັກງານ​ພາລະ​ກອນ​ກົງ​ສູນ​ໃຫ່ຍ ​ແລະ ປູ້​ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດ​ນາມ​ພວມດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ Vladivostok. ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ແຈ້ງ​ໃຫ້​ຊາບ​ສະພາບ​ການ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ ​ແລະ ​ເນັ້ນໜັກ​ເຖິງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ດີ​ເດັ່ນ ຊື່​ງ​ໄດ້​ປະກອບສ່ວນ​ຊຸກຍູ້​ນ້ຳ​ໃຈ​ມິດຕະພາບ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ສະຫະພັນ​ລັດ​ເຊຍ. ທ່ານປະທານ​ປະ​ເທດ Truong Tan Sang ສະ​ເໜີ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດ​ນາມ ​ຕ້ອງ​ປະຕິ​ບັດກົດໝາຍ​ຂອງ​ປະ​ເທດ​ທີ່​ຕົນ​ອາ​ໄສ​ຢູ່​​ເປັນ​ຢ່າງ​ດີ, ​ເພີ່ມ​ທະວີ​ນ້ຳໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ພ້ອມ​ທັງ​ຕ້ອງ​ສາມັກຄີ​ກັນ, ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ໃນ​ຊີວິດ​ການ​ເປັນ​ຢູ່ ​ແລະ ຍາມ​ໃດ​ກໍ່​ມຸ້ງ​ໄປ​ສູ່​ບ້ານ​ເກີດ​ເມືອງ​ນອນ.

ຂ່າວ/ບົດ​ອື່ນ