ປະທານປະເທດ Truong Tan Sang ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູຫວຽດນາມ

ປະທານປະເທດ Truong Tan Sang ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູຫວຽດນາມ  - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang
ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຄູ​ຫວຽດນາມ
(ພາບ: cpv.org.vn)


(vovworld) -     ວັນ​ທີ 19/11, ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຄູ​ຫວຽດນາມ 20/11 ຢູ່ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ​​​ໂຮ່ຈິ​ມິນ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ທີ່​ສະຖານ​ບັນ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ​​​ໂຮ່ຈິ​ມິນ ມີ​​ບົດບາດ​ທີ່​ຕັ້ງສຳຄັນພິ​ເສດ​ໃນ​ການກໍ່ສ້າງ, ​ບຳລຸງ​ສ້າງບັນດາພະນັກງານ​ການ​ນຳ, ຄຸ້ມ​ຄອງ​ທີ່​ຫຼັກ​ແຫຼ່ງ​ໃນ​ລະບົບ​ການ​ເມືອງ​ຂອງ​ປະ​ເທດ​ຊາດ. ຕໍ່ໜ້າ​ຄວາມ​ຮຽກຮ້ອງ​ກໍ່​ສ້າງ​ຖັນ​ແຖວ​ພະນັກງານ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່, ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ​​​ໂຮ່ຈິ​ມິນ ມີໜ້າ​ທີ່​ອັນ​ໃຫຍ່​ຫຼວງ​ໃນ​ການ​ປະຕິບັດ​ໜ້າ​ທີ່​​ໂດຍກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ແລະ ຄະນະ​ບໍລິຫານ​ງານ​ສູນ​ກາງ​ວາງ​ອອກ, ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານກໍ່​ສ້າງ, ບຳລຸງ​ສ້າງ​ໃຫ້ພະນັກງານ, ຕໍ່​ສູ່ຍູ້​ສະພາບ​ການ​​ເຊື່ອມ​ທາ​ເສຍ​ຄຸນດ້ານການ​ເມືອງ, ຄຸນ​ສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ພະນັກງານ, ສະມາຊິກ​ພັກ​ຈຳນວນ​ໜຶ່ງໃຫ້​ຖອຍ​ໄປ. ທ່ານ​ປະທານ​ປະ​ເທດ Truong Tan Sang ຮຽກຮ້ອງ​ວ່າ.

        “​ເພື່ອ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ​ໃຫ້​ເປັນ​ຢ່າງ​ດີ, ບັນຫາ​ສຳຄັນ​ອັນ​ດັບ​ໜຶ່ງ​ນັ້ນ​ແມ່ນ ສະ​ຖາ​ບັນ​ຕ້ອງ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ກໍ່ສ້າງ, ບຳລຸ​ງສ້າງຢ່າງຮອບດ້ານ, ຖື​ດ້ານຈຳນວນ​​ເປັນ​ສຳຄັນເຮັດ​ໃຫ້​ຄຸນ​ນະພາ​ບຖືກຫຼຸດ​ລົງ, ບໍ່​​ຖື​ຂັ້ນ​ຕຳ​ແໜ່​ງ​ເປັນ​ສຳຄັນ. ນັກຮຽນ​ຕ້ອງ​ຍົກ​ສຸງທັດສະນະ, ​ແນວທາງ​ຂອງ​ພັກ, ຄຸນນະ​ທາດ​ດ້ານ​ການ​ເມືອງ, ຄວາມ​ສາມາດ​ນຳ​ໃຊ້​ທິດ​ສະ​ດີ​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິ່ງ​ວຽກ​ງານ; ພ້ອມ​ທັງຝຶກ​ຝົນ​ຫຼໍ່​ຫຼອມກ່ຽວ​ກັບ​ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດຂອງ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ. ​ການປ່ຽນ​ໃໝ່​ລາຍການ, ​ເນື້ອ​ໃນ, ວິທີ​ການສິດສອນ​ຢູ່​ສະ​ຖາ​ບັນ​ຕ້ອງ​ມຸ້ງ​ໄປ​ເຖິງ​ການ​ປະຕິບັດຈຸດໝາຍ​ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ, ບຳລຸງ​ສ້າງ​ຢ່າງຮອບດ້ານ​ໃຫ້​ໄດ້”.

ຂ່າວ/ບົດ​ອື່ນ