ປະທານປະເທດ Truong Tan Sang ເຄື່ອນໄຫວຢ້ຽມຢາມ Kazakhtan

ປະທານປະເທດ Truong Tan Sang ເຄື່ອນໄຫວຢ້ຽມຢາມ Kazakhtan - ảnh 1

ທ່ານ Truong Tan Sang ພົບ​ປະ​​ເຈລະຈາກັບ​ທ່ານKairat Mami

(ພາບ:vov.vn)

(vovworld)- ໃນ​ຕອນ​ບ່າຍ​ຂອງວັນ​ທີ 10/9, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ເຈລະຈາກັບ​ທ່ານ​ປະທານ​ສະພາ​ສູງ Kazakhtan Kairat Mami ​ແລະ ທ່ານ​ປະທານ​ສະພາຕ່ຳ N.Nigmatullin.

ທີ່​ການ​ພົບ​ປະ​ກັບທ່ານ​ປະທານ​ສະພາ​ສູງ Kazakhtan Kairat Mami, ທ່ານປະທານ​ປະ​ເທດ Truong Tan Sang ​​ແລະ ທ່ານ​ປະທານ​ສະພາ​ສູງ Kazakhtan Kairat Mami ​ໄດ້​ເນັ້ນໜັກ​ວ່າ: ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຈະຕັ້ງໜ້າ​ຊຸກຍູ້​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ຕົກລົງ​ທີ່​ສອງ​ປະ​ເທດ​ໄດ້​ລົງ​ນາມ​ແລ້ວ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ. ສອງ​ຝ່າຍ​ກໍ່​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພາກ​ພື້ນ ​ແລະ ​ໂລກ.

ທີ່​ການ​ພົບ​ປະ​ກັບທ່ານ​ປະທານ​ສະພາຕ່ຳ N.Nigmatullin, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ: ​ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ​ຕ້ອງ​ສຸມ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ທ່າ​ແຮ​ງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ນ້ຳມັນ​ອາຍ​ແກັດ, ກະສິກຳ, ການ​ປຸງ​ແຕ່ງ, ຕ່ຳ​ແຜ່ນ​ຕັດຫຍິບ ​ແລະ ການທ່ອງທ່ຽວ.

ໃນ​ວັນ​ດຽວ​ກັນ, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາວະລີ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ເຂົ້າຮ່ວມ​ພິທີ​ໄຂ “ຊຸມ​ວັນ​ວັດທະນະທຳ​ຫວຽດນາມ​ຢູ່ Kazakhtan“. ທ່ານປະທານ​ປະ​ເທດ ຍັງ​ໄດ້​ພົບ​ປະ​ກັບ​ອະ​ດິດຜູ້​ຊ່ຽວຊານ Kazakhtan ທີ່​ເຄີຍ​ໄດ້​ອຸທິດ​ສ່ວນ, ຊ່ວຍ​ເຫຼືອ​ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ໄດ້​ພົບ​ປະ​ກັບ​ພະນັກງານ​ພາລະ​ກອນ​ສະຖານທູດ ​ແລະ ຜູ້ຕາງໜ້າ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່ Kazakhtan.

ຂ່າວ/ບົດ​ອື່ນ