ປະທານປະເທດ Truong Tan Sang ເປັນ ປະທານກອງປະຊຸມ ຄະນະຊີ້ນຳປະຕິຮູບຍຸດຕິທຳຄັ້ງທີ 7

ປະທານປະເທດ Truong Tan Sang ເປັນ ປະທານກອງປະຊຸມ ຄະນະຊີ້ນຳປະຕິຮູບຍຸດຕິທຳຄັ້ງທີ 7 - ảnh 1

ກອງ​ປະຊຸມ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຍຸດຕິ​ທຳ​ຄັ້ງ​ທີ 7
(ພາບ: vietnamplus.vn)


(vovworld) -     ວັນ​ທີ 16/10, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang, ຫົວໜ້າ​ຄະນະ​ຊີ້​ນຳການ​ປະຕິ​ຮູບ​ຍຸດຕິ​ທຳສູນ​ກາງ ​ໄດ້ເປັນ​ເປະທານກອງ​ປະຊຸມ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຍຸດຕິ​ທຳ​ສູນ​ກາງຄັ້ງ​ທີ 7 ດ້ວຍ 2 ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນ​ປຶກສາ​ຫາ​ລື, ​ໃຫ້​ຄຳ​ເຫັນກ່ຽວ​ກັບ “​ຮ່າງ​ບົດ​ລາຍ​ງານຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ວຽກ​ງານ​ແບ່ງ​ໜ້າທີ່​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ພະນັກງານ​ທີ່​ມີນາມຕຳ​ແໜ່​ງຍຸດຕິ​ທຳ ​ແລະ ວຽກ​ງານ​ບຳລຸງ​ສ້າງ, ​ຮັບ​​ພະນັກງານ​ກົດໝາຍ​ຂອງ​ສານ​ປະຊາຊົນ, ​ໄອ​ຍະ​ການ​ປະຊາຊົນ” ​ແລະ ​ແຜນ​ຮ່າງ “ກໍ່ສ້າງ​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ ​ແລະ ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ​ໂຮ່ຈິ​ມິ​ນ ​ໃຫ້​ກາຍ​ເປັນ​ບັນດາ​ໂຮງຮຽນ​ຈຸດ​ສຸມ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ພະນັກງານ​ດ້ານ​ກົດໝາຍ”.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ Truong Tan Sang ​ຖື​ວ່າ  ​ເລື່ອງ​ກໍ່ສ້າງມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ ​ແລະ ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ​ໂຮ່ຈິ​ມິ​ນ ​ໃຫ້​ກາຍ​ເປັນ​ບັນດາ​ໂຮງຮຽນ​ຈຸດ​ສຸມ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ພະນັກງານ​ດ້ານ​ກົດໝາຍ​ແມ່ນ​ສຳຄັນ​ຍິ່ງ. ​ເຕື້ອງ​ເຖິງ​ຮ່າງ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບການ​ແບ່ງ​ໜ້າທີ່​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ພະນັກງານ​ທີ່​ມີນາມ​ຕຳ​ແໜ່​ງຍຸດຕິ​ທຳ, ທ່ານ​ປະທານ​ປະ​ເທດ ​ໄດ້​ເນັ້ນ​ໜັກ​ວ່າ ຄວນ​ຕີ​ລາຄາ​ສະພາບ​ຕົວ​ຈິງ​ຂອງ​ວຽກ​ງານ​ບຳລຸງ​ສ້າງ ​ແລະ ບຳງລຸງ​ສ້າງ​ຄືນ​ໃໝ່, ກໍ​ຄື​ຄວາມ​ຕ້ອງການບຳລຸງ​ສ້າງນາມຕຳ​ແໜ່​ງຍຸດຕິ​ທຳ ​ເພື່ອ​ມີ​ການ​ແບ່ງ​ແຍກ​ຢ່າງ​ເໝາະສົມ. ຍຸດ​ທະ​ສາດ​ປະຕິ​ຮູບ​ຮອດ​ປີ 2020 ສາມາດ​ປົບ​ປຸງ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ ​ເພື່ອ​ເຮັດ​ແນວ​ໃດ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ຍຸດຕິ​ທຳ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳນາດນິຕິ​ບັດ​ຍັດ​ສັງຄົມ​ນິຍົມ.

ຂ່າວ/ບົດ​ອື່ນ