ປະທານປະເທດ ຈີນ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ

(VOVWORLD) - ຕອນຄ່ຳວັນທີ 27 ມິຖຸນາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ມີການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ.
ປະທານປະເທດ ຈີນ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ - ảnh 1ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ມີການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis (ພາບ: Chinanews)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຖືວ່າ: ການພົວພັນ ຈີນ - ອາເມລິກາ ພວມພັດທະນາຢ່າງດີງາມ ບໍ່ພຽງແຕ່ມີຜົນປະໂຫຍດໃຫ້ປະຊາຊົນ 2 ປະເທດເທົ່ານັ້ນ ຫາກຍັງມີຜົນປະໂຫຍດໃຫ້ສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະ ໂລກອີກດ້ວຍ.  2 ຝ່າຍຄວນຮັດແຄບບັນດາຄວາມບໍ່ລົງລອຍກັນມຸ່ງໄປເຖິງຜົນປະໂຫຍດລວມໃນຂົງເຂດຕ່າງໆ.

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ໃຫ້ຮູ້ວ່າ: ອາເມລິກາ ຖືເປັນສຳຄັນການພົວພັນ ຈີນ - ອາເມລິກາ, ໃນນັ້ນ ການພົວພັນລະຫວ່າງກອງທັບ 2 ປະເທດສວມບົດບາດສຳຄັນຍິ່ງ. ອາເມລິກາ ປາດຖະໜາຢາກໃຫ້ 2 ຝ່າຍ ເພີ່ມທະວີການແລກປ່ຽນຍຸດທະສາດ, ເປີດກ້ວາງການຮ່ວມມື, ຄຸ້ມຄອງຄວາມບໍ່ລົງລອຍກັນເປັນຢ່າງດີ, ຫຼີກລ້ຽງການປະທະກັນ, ສູ້ຢັນກັນ, ນຳການພົວພັນລະຫວ່າງກອງທັບ 2 ປະເທດກາຍເປັນປັດໄຈຊຸກຍູ້ການພັດທະນາ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ