ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ເຂົ້າຍື່ນ​ສານ​ຕາ​ຕັ້ງ

(VOVWORLD) -ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ຂອງບັນດາປະເທດ ໄທ, ຈີເລ, ກູບາ, ລັດເຊຍ ເຂົ້າຍື່ນສານຕາຕັ້ງ ຮັບໜ້າທີ່ທາງການທູດຢູ່ຫວຽດນາມ.
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ເຂົ້າຍື່ນ​ສານ​ຕາ​ຕັ້ງ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບານເອກອັກຄະລັດຖະທູດ ຈີເລ Patricio Becke (ພາບ: TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ນິກອນເດັດ ພລາງກຸນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ດ້ວຍວົງເງິນການຄ້າສອງປະເທດມີການເຕີບໂຕຢູ່ລະດັບສູງ, ຢືນອັນດັບທີໜຶ່ງຂອງ ອາຊຽນ, ນີ້ແມ່ນເງື່ອນໄຂສະດວກເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງປະເທດ. ດັ່ງນັ້ນ, ຕ້ອງໜູນຊ່ວຍບັນດາວິສາຫະກິດຍາດແຍ່ງທ່າດີຂອງ ບັນດາສັນຍາການຄ້າເສລີ ຂອງ ອາຊຽນ, ເປັນຕົ້ນແມ່ນສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP).

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີເລ Patricio Becke, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖື ຈີເລ ເປັນເພື່ອນມິດທີ່ໃກ້ຊິດສະໜິດສະໜົມ ແລະ ມີມາເປັນເວລາ ເກືອບ 50 ປີທີ່ຜ່ານມາ (1971 - 2021). ທ່ານປະທານປະເທດ ໄດ້ສະເໜີໃຫ້ ຈີເລ ຮ່ວມມືກັບຫວຽດນາມ ມຸ່ງໄປເຖິງການເປີດປະຕູໃຫ້ແກ່ຜະລິດຕະພັນກະເສດບາງປະເພດຂອງ ແຕ່ລະປະເທດ, ສະເໜີໃຫ້ ຈີເລ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໂດຍໄວ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolas Hernandes Guillen ,ທ່ານ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ ທ່ານເອກອັກຄະລັດຖະທູດໃນອາຍຸການປະຕິບັດງານຂອງຕົນ ສືບຕໍ່ເອົາໃຈໃສ່ເຖິງການຮັກສາການພົບປະຂັ້ນສູງ ແລະ ທຸກຂັ້ນດ້ວຍຮູບການທີ່ເໝາະສົມ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ Bezdetko Gennady, ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍເປັນສຳຄັນ ຍາມໃດກໍ່ກຳນົດວ່າ ລັດເຊຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ໃນນະໂຍບາຍການຕ່າງປະເທດ ຂອງ ຕົນ, ທ່ານກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືກັບລັດເຊຍໃນຫຼາຍຂົງເຂດໃຫ້ດີຍິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ