ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ

(VOVWORLD) - ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕັດສິນໃຈຖະໜຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຍາມໃດກໍສ້າງເງື່ອນໄຂສະດວກເພື່ອໃຫ້ແນວໂຮມປະເທດຊາດສອງປະເທດ ຍູ້ແຮງການເຄື່ອນໄຫວຮ່ວມມືດ້ານວິຊາສະເພາະ, ແລກປ່ຽນບົດຮຽນປະສົບການ ແລະ ພົວພັນແລກປ່ຽນມິດຕະພາບ.
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງສາດ 

ຕອນບ່າຍວັນທີ 25 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງສາດ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງຕໍ່ໝາກຜົນຂອງການພົບປະເຈລະຈາລະຫວ່າງທ່ານ ສິນລະວົງ ຄຸດໄພທູນ ກັບ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ແລະ ລາວ ມີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ດັ່ງນັ້ນ ຕ້ອງແບ່ງປັນຄວາມຫຍຸ້ງຍາກ, ບົດຮຽນປະສົບການໃນການສ້າງສາ ແລະ ພັດທະນາປະເທດຊາດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕັດສິນໃຈຖະໜຸຖະໜອມ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຍາມໃດກໍສ້າງເງື່ອນໄຂສະດວກເພື່ອໃຫ້ແນວໂຮມປະເທດຊາດສອງປະເທດ ຍູ້ແຮງການເຄື່ອນໄຫວຮ່ວມມືດ້ານວິຊາສະເພາະ, ແລກປ່ຽນບົດຮຽນປະສົບການ ແລະ ພົວພັນແລກປ່ຽນມິດຕະພາບ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ