ປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີມອບລາງວັນ Vin Future

(VOVWORLD) - ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານປະທານປະເທດ ຫວໍວັນເຖືອງ  ສະແດງຄວາມເຊື່ອໝັ້ນວ່າ: ແຕ່ລະໂຄງການໄດ້ເຊີດຊູທີ່ພິທີມອບລາງວັນ Vin Future ແມ່ນຄວາມມຸ່ງຫວັງໃຫຍ່ສຳລັບຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນໃນໂລກນັບຕື້ຄົນ.
ປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີມອບລາງວັນ Vin Future - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ມອບລາງວັນໃຫ້ບັນດານັກວິທະຍາສາດ
(ພາບ: Thống Nhất – TTXVN )

 

ຕອນຄ່ຳວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນວິທະຍາສາດ, ເຕັກໂນໂລຊີປະຈຳປີທົ່ວໂລກ Vin Future ຄັ້ງທີ 3, ໂດຍກອງທຶນ Vin Future ສ້າງຂຶ້ນ, ເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດານັກວິທະຍາສາດດີເດັ່ນ, ມີບາດກ້າວກະໂດດຂັ້ນ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍລວມຂອງມວນມະນຸດ.

        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານປະທານປະເທດ ຫວໍວັນເຖືອງ  ສະແດງຄວາມເຊື່ອໝັ້ນວ່າ: ແຕ່ລະໂຄງການໄດ້ເຊີດຊູທີ່ພິທີມອບລາງວັນ Vin Future ແມ່ນຄວາມມຸ່ງຫວັງໃຫຍ່ສຳລັບຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນໃນໂລກນັບຕື້ຄົນ.

        ຕາມທ່ານປະທານປະເທດແລ້ວ, ເພື່ອຫັນຄວາມມຸ່ງຫວັງພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ມີຄວາມຜາສຸກ, ຫວຽດນາມ ຄວນປຸກລຸກບັນດາແຫຼ່ງກຳລັງ, ຜ່ານຜ່າບັນດາສິ່ງທ້າທາຍ, ໃນນັ້ນ, ມີບັນດາສິ່ງທ້າທາຍທົ່ວໂລກ ແລະ ບັນດາບັນຫາພາຍໃນ ທີ່ຄວນໄດ້ຮັບການແກ້ໄຂ. ໃນເສັ້ນທາງນັ້ນ, ວິທະຍາສາດເຕັກໂນໂລຊີ ໄດ້ຮັບຄວາມຕັ້ງຫວັງຈະສ້າງການພັດທະນາກະໂດດຂັ້ນດ້ານເສດຖະກິດ, ສັງຄົມ, ເພີ່ມສະມັດຕະພາບການອອກແຮງງານ, ຫັນໂຄງປະກອບເສດຖະກິດ, ຍົກສູງຄວາມສາມາດບົ່ມຊ້ອນແຫ່ງຊາດ ແລະ ການພັດທະນາຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ: ໃນວິວັດການພັດທະນາ, ການເຂົ້າຮ່ວມທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ການຮັບ ແລະ ສືບທອດບັນດາຜົນງານດ້ານພູມປັນຍາ ແລະ ວິທະຍາສາດທີ່ກ້າວໜ້ານັ້ນ, ພວກຂ້າພະເຈົ້າຍາມໃດກໍ່ມີການຮ່ວມເດີນທາງ, ສາມັກຄີ, ຮ່ວມມື, ແບ່ງປັນ ແລະ ສະໜັບສະໜູນຂອງເພື່ອນມິດທີ່ກ້າວໜ້າໃນໂລກ. ບັນດາມາດຕະການດ້ານວິທະຍາສາດທີ່ມີຜົນປະໂຫຍດ ຍາມໃດກໍ່ແມ່ນບົດຮຽນທີ່ດີສຳລັບ ຫວຽດນາມ. ປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ ຈະມີການປະກອບສ່ວນຫຼາຍກ່ວາໃຫ້ແກ່ພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າຊົມເຊີຍບັນດານັກວິທະຍາສາດ ທີ່ມາຈາກທຸກແຖບຖິ່ນໃນໂລກໄດ້ ມາ ຫວຽດນາມ. ຂ້າພະເຈົ້າຂໍສະແດງຄວາມຍິນດີນຳບັນດານັກວິທະຍາສາດໄດ້ຮັບການເຊີດຊູໃນມື້ນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ