ປະ​ທານ​ປະ​ເທດ ຫວໍ້ວັນ​ເຖືອງ ໃຫ້​ການ​ຕ້ອ​ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ຊັກ​ສະ​ຖານ

(VOVWORLD) - ທ່ານເອກອັກຄະລັດຖະທູດ ກາຊັກສະຖານ Yerlan Baizhanov ໄດ້ຢັ້ງຢືນວ່າ ກາຊັກສະຖານຖືການພົວພັນກັບ ຫວຽດນາມ ເປັນສຳຄັນທີ່ສຸດ. 
ປະ​ທານ​ປະ​ເທດ ຫວໍ້ວັນ​ເຖືອງ ໃຫ້​ການ​ຕ້ອ​ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ຊັກ​ສະ​ຖານ - ảnh 1ທ່ານປະທານປະເທດ  ຫວຽດນາມ ຫວໍ້ວັນເຖືອງ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຊັກສະຖານ Yerlan Baizhanov (ພາບ: VOV)

ຕອນເຊົ້າວັນທີ 30 ສິງຫາ ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ  ຫວຽດນາມ ຫວໍ້ວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຊັກສະຖານ Yerlan Baizhanov ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ທ່ານປະທານປະເທດ ຫວໍ້ວັນເຖືອງ ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານເອກອັກຄະລັດຖະທູດ Yerlan Baizhanov ທີ່ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ເພື່ອຈັດຕັ້ງສຳເລັດການຢ້ຽມຢາມຂອງ ທ່ານປະທານາທິບໍດີ Kassym-Jomart Tokayev. ທ່ານກໍ່ສະແດງຄວາມຍິນດີຕໍ່ທ່ານເອກອັກຄະລັດຖະທູດ Yerlan Baizhanov ທີ່ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ, ບໍ່ວ່າໃນຖານະຕຳແໜ່ງປະຕິບັດງານໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດ Yerlan Baizhanov ຈະສືບຕໍ່ປະກອບສ່ວນ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກາຊັກສະຖານຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານເອກອັກຄະລັດຖະທູດ Yerlan Baizhanov ໄດ້ຢັ້ງຢືນວ່າ ກາຊັກສະຖານຖືການພົວພັນກັບ ຫວຽດນາມ ເປັນສຳຄັນທີ່ສຸດ. ເມື່ອເຕື້ອງເຖິງການພົວພັນຮ່ວມມືລະຫວ່າງສອງປະເທດ, ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນທ່າແຮງຂອງແຕ່ລະຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ