ປະ​ທານ​ປະ​ເທດ ຫວຽດ​ນາມ ​ຍ້ອງ​ຍໍ​ຊົມ​ເຊີຍ​ທ່ານ​ໝໍ​ໂຮງ​ໝໍ​ເດັກ​ສ​ູນ​ກາງ​ປະ​ຕິ​ບັດ​ການ​ຜ່າ​ຕັດ​ຕໍ່ຕັບ​ໃຫ້​ແກ່​ຄົນ​ເຈັບເດັກ​ນ້ອຍ​ທີ່​ມີ​ອາ​ຍຸ 9 ເດືອນ​ປະ​ສົບ​ຜົນ​ສຳ​ເລັດ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍ້ອງຍໍສັນລະເສີນ ໝູຄະນະ, ພະນັກງານ, ລັດຖະກອນ ໂຮງໝໍເດັກສູນກາງ, ພິເສດແມ່ນ ທິມງານປະຕິບັດສຳເລັດການຜ່າຕັດຕໍ່ຕັບໃຫ້ແກ່ຫຼານນ້ອຍໃນວັນທີ 14 ເມສາທີ່ຜ່ານມາ. 
ປະ​ທານ​ປະ​ເທດ ຫວຽດ​ນາມ ​ຍ້ອງ​ຍໍ​ຊົມ​ເຊີຍ​ທ່ານ​ໝໍ​ໂຮງ​ໝໍ​ເດັກ​ສ​ູນ​ກາງ​ປະ​ຕິ​ບັດ​ການ​ຜ່າ​ຕັດ​ຕໍ່ຕັບ​ໃຫ້​ແກ່​ຄົນ​ເຈັບເດັກ​ນ້ອຍ​ທີ່​ມີ​ອາ​ຍຸ 9 ເດືອນ​ປະ​ສົບ​ຜົນ​ສຳ​ເລັດ - ảnh 1ພາບປະກອບ: vietnamnet.vn

ວັນທີ 11 ເມສາ, ຄົນເຈັບແມ່ນເດັກທີ່ມີອາຍຸ 9 ເດືອນຢູ່ແຂວງ ເລິມດົ່ງ ຜູ້ທີ່ໄດ້ຮັບການຜ່ານຕັດຕໍ່ຕັບສຳເລັດຈາກບັນດາທ່ານໝໍຢູ່ໂຮງໝໍເດັກສູນກາງ (ຢູ່ຮ່າໂນ້ຍ) ໄດ້ອອກໂຮ້ງໝໍແລ້ວ. ກ່ອນນັ້ນ ໃນຕອນບ່າຍວັນທີ 10 ເມສາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍ້ອງຍໍສັນລະເສີນ ໝູ່ຄະນະ, ພະນັກງານ, ລັດຖະກອນ ໂຮງໝໍເດັກສູນກາງ, ພິເສດແມ່ນ ທິມງານປະຕິບັດສຳເລັດການຜ່າຕັດຕໍ່ຕັບໃຫ້ແກ່ຫຼານນ້ອຍໃນວັນທີ 14 ເມສາທີ່ຜ່ານມາ. ທ່ານປະທານປະເທດ ເນັ້ນໜັກວ່າ, ການຜ່າຕັດຕໍ່ຕັບໃຫ້ແກ່ເດັກນ້ອຍແມ່ນໜຶ່ງ ໃນບັນດາເຕັກນິກຍາກທີສຸດໃນການຜ່າຕັດຕໍ່ຕັບ. ດ້ວຍຄວາມມານະພະຍາຍາມຮ່ຳຮຽນຢ່າງບໍ່ຢຸດຢັ້ງກ່ຽວກັບລະດັບວິຊາການ ແລະ ເຕັກນິກ, ບັນດາທ່ານໝໍຂອງໂຮງໝໍເດັກສູນກາງ ໄດ້ເປັນເຈົ້າການໃນວິວັດການສຳຫຼວດກວດກາກ່ອນການຜ່າຕັດ ປະກອບສ່ວນເຂົ້າໃນການສ້າງຄວາມຫວັງໃຫຍ່ໃຫ້ແກ່ບັນດາຄອບຄົວທີ່ມີລູກ ຕິດພະຍາດກ່ຽວກັບຕັບ.

        ວັນທີ 14 ເມສາ, ການຜ່າຕັດຕໍ່ຕັບສ່ວນໜຶ່ງຕັບຂອງພໍ່ໃຫ້ແກ່ຫຼານຊາຍທີ່ມີອາຍຸ 9 ເດືອນ ໂດຍຕິດພະຍາດກ່ຽວກັບຕັບ ໄດ້ປະສົບຜົນສຳເລັດ ພາຍຫຼັງການຜ່າຕັດທີ່ແກ່ຍາວເປັນເວລາ 9 ຊົ່ວໂມງ. ການຜ່າຕັດຕໍ່ຕັບດັ່ງກ່າວໂດຍທ່ານໝໍຫວຽດນາມ ປະຕິບັດ ບໍ່ມີການໜູນຊ່ວຍຈາກນັກຊ່ຽວຊານຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ