ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະຫະລັດ ອາຮັບ ເອັມມີເລັດ ເຂົ້າຢ້ຽມອຳລາ

(VOVWORLD) -ຕອນບ່າຍວັນທີ 19 ມີນາ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະຫະລັດ ອາຮັບ ເອັມມີເລັດ (UAE) Ibrahim Abdulaziz Shohail AlQahtani ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດ ສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ.
ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະຫະລັດ ອາຮັບ ເອັມມີເລັດ ເຂົ້າຢ້ຽມອຳລາ - ảnh 1ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະຫະລັດ ອາຮັບ ເອັມມີເລັດ 

ທ່ານປະທານປະເທດ ເຈີນດ້າຍກວາງ ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ UAE ໃນໄລຍະ 4 ປີ ທີ່ຜ່ານມາ. ປັດຈຸບັນ UAE ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທາງດ້ານການຄ້າ ແລະ ການລົງທຶນແຖວໜ້າຂອງຫວຽດນາມ ໃນພາກພື້ນ ຕາເວັນອອກກາງ. ພ້ອມທັງ ແມ່ນຄູ່ຮ່ວມມືລາຍໃຫຍ່ອັນດັບທີ 7 ຂອງ ຫວຽດນາມ, ໃນ 03 ປີມໍ່ໆມານີ້, ວົງເງິນການຄ້າສອງຝ່າຍ ຍາມໃດກໍບັນລຸກວ່າ 6 ຕື້ ໂດລາສະຫະລັດ ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າໃຫ້ດີກວ່າອີກ.

        ທ່ານເອກອັກຄະລັດຖະທູດ ສະຫະລັດ ອາຮັບ ເອມີເລັດ Ibrahim Abdulaziz Shohail AlQahtani ສະແດງຄວາມປິຕິຊົມຊື່ນ ໃນອາຍຸການປະຕິບັດງານຂອງຕົນ, ການພົວພັນລະຫວ່າງສອງປະເທດ, ນັບມື້ນັບພັັດທະນາໃນທຸກຂົງເຂດຄື ການເມືອງ, ການຄ້າ ແລະ ການລົງທຶນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ພາຍຫຼັງກັບເມືອປະເທດ ເຖິງວ່າຈະດຳລົງຕຳແໜ່ງໃດກໍຕາມ,  ຍາມໃດທ່ານກໍເປັນຂົວຕໍ່ນໍາການພົວພັນລະຫວ່າງສອງປະເທດ UAE ແລະ ຫວຽດນາມ ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ