ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບບັນດາເອກອັກຄະລັດຖະທູດ ນີເຊເຣຍ, ເກຼັກ ແລະ ອາເມລິກາ ເຂົ້າຢື່ນສານຕາຕັ້ງ

(VOVWORLD) -  ຊົມເຊີຍທ່ານ Daniel Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ໄດ້ຮັບການແຕ່ງຕັ້ງ ໃນຈຸດເວລາການພົວພັນ ຫວຽດນາມ - ອາເມລິກາ ພວມພັດທະນາຟົດຟື້ນ...
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບບັນດາເອກອັກຄະລັດຖະທູດ ນີເຊເຣຍ, ເກຼັກ ແລະ ອາເມລິກາ ເຂົ້າຢື່ນສານຕາຕັ້ງ - ảnh 1 ເອກອັກຄະລັດຖະທູດ ອາເມລິກາ ເຂົ້າຢື່ນສານຕາຕັ້ງ

ວັນທີ 6 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Francis Efeduma, ເອກອັກຄະລັດຖະທູດ ສາທາລະນະລັດ ສະຫະພັນ ນີເຊເຣຍ, ທ່ານ Ioannis Raptakis, ເອກອັກຄະລັດຖະທູດ ເກຼັກ, ທ່ານ Daniel Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ເຂົ້າຢື່ນສານຕາຕັ້ງ ເນື່ອງໃນໂອກາດໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ປະຈຳ ສສ ຫວຽດນາມ.

        ເມື່ອຕ້ອນຮັບທ່ານ Francis Efeduma, ເອກອັກຄະລັດຖະທູດ ສາທາລະນະລັດ ສະຫະພັນ ນີເຊເຣຍ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ 2 ປະເທດຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນວັດທະນະທຳ…

        ໃນການຕ້ອນຮັບ ທ່ານ Ioannis Raptakis, ເອກອັກຄະລັດຖະທູດ ເກຼັກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາວ່າການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແມ່ນເສົາຄ້ຳໃນການພົວພັນ ຫວຽດນາມ ແລະ ເກຼັກ.

        ຊົມເຊີຍທ່ານ Daniel Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ໄດ້ຮັບການແຕ່ງຕັ້ງ ມາປະຕິບັດງານຢູ່ ຫວຽດນາມ ໃນຈຸດເວລາການພົວພັນ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງຟົດຟື້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ບັນດາອົງການຂອງ ຫວຽດນາມ ພວມປະຕິບັດສຳເລັດວຽກງານຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢ້ຽມຢາມທາງລັດຖະກິດ ຫວຽດນາມ. ທ່ານປະທານປະເທດ ຕີລາຄາສູງຄວາມມານະພະຍາຍາມຂອງຝ່າຍ ອາເມລິກາ ໃນບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມຢູ່ ຫວຽດນາມ; ສະເໜີໃຫ້ຝ່າຍ ອາເມລິກາ ເພີ່ມທະວີບັນດາການໜູນຊ່ວຍທີ່ຈຳເປັນ, ລະອຽດໃນຂົງເຂດນີ້ກ່ວາອີກ.

       

ຕອບກັບ

ຂ່າວ/ບົດ​ອື່ນ