ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານສະພາແຫ່ງຊາດ ສະຫະພັນ Micronesia

(VOVWORLD) - ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊີ້ແຈ້ງວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບສະຫະພັນ Micronesia.
ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານສະພາແຫ່ງຊາດ ສະຫະພັນ Micronesia - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Wesley W. Simina, ປະທານສະພາແຫ່ງຊາດ Micronesia

ຕອນບ່າຍວັນທີ 8 ມິຖຸນາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Wesley W. Simina, ປະທານສະພາແຫ່ງຊາດ Micronesia ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊີ້ແຈ້ງວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບສະຫະພັນ Micronesia. ທ່ານປະທານປະເທດ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດເປັນເຈົ້າການໃນການຊອກຮູ້, ຊຸກຍູ້ບັນດາກາລະໂອກາດຮ່ວມມື. ທ່ານປະທານປະເທດ ຫວັງວ່າ 2 ຝ່າຍຊຸກຍູ້ການແລກປ່ຽນການຄ້າໃນບັນດາປະເພດສິນຄ້າຄື: ກະສິກຳ, ເຄື່ອງໃຊ້ສອຍ, ເຄື່ອງກົນຈັກກະສິກຳ; ສົ່ງເສີມການລົງທຶນໃນບາງຂົງເຂດພື້ນຖານຄື ພື້ນຖານໂຄງລ່າງ, ການທ່ອງທ່ຽວ, ໂທລະຄົມ…

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງ Micronesia ໄດ້ສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງເປັນ ກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008 – 2009. ທ່ານປະທານປະເທດ ສະເໜີໃຫ້ Micronesia ສືບຕໍ່ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

        ທ່ານປະທານສະພາແຫ່ງຊາດ Wesley W. Simina ໃຫ້ຮູ້ວ່າ: Micronesia ປາດຖະໜາຢາກຮ່ວມມືໃນບັນດາຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງຄື: ພັດທະນາກະສິກຳ, ເສດຖະກິດທະເລ ແລະ ການສຶກສາບຳລຸງສ້າງ…

ຕອບກັບ

ຂ່າວ/ບົດ​ອື່ນ