ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ແດນໝາກ


ປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ແດນໝາກ - ảnh 1
ທ່ານປະ​ທານ​ປະ​ເທດ ເຈີນ​ດ້າຍກວາງຕ້ອນ​ຮັບ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ແດນ​ໝາກ Charlotte Laursen

(vovworld)-  ຕອນ​ບ່າຍວັນ​ທີ 20/7, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ແດນ​ໝາກ Charlotte Laursen ເຂົ້າ​ຢ້ຽມ​ຄຳ​ນັບ​ເນື່ອງ​ໃນ​ໂອ​ກາດ​​ມາຮັບ​ໜ້າ​ທີ່​ປະ​ຕິ​ບັດ​ວຽກ​ງານ​ຢູ່​ຫວຽດ​ນາມ, ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ວ່າ ລັດ​ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ກັບ​ແດນ​ໝາກ. ທ່ານປະ​ທານ​ປະ​ເທດ ເຈີນ​ດ້າຍກວາງໄດ້​ຊົມ​ເຊີຍ​ເລື່ອງ​ລັດ​ຖະ​ບານ​ແດນ​ໝາກ​ເລືອກ​ເອົາ​ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ເພື່ອ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ. ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເຊື່ອ​ໝັ້ນ​ວ່າ ສັນ​ຍາ​ການ​ຄ້າ​ເສ​ລີ ​ຫວຽດ​ນາມ - EU ທີ່​ໃກ້​ຈະ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ ຈະ​ເປີດຫຼາຍ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃໝ່​ລະ​ຫວ່າງ​ຫວຽດ​ນາມ - EU, ໃນ​ນັ້ນ ມີ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ.

     ສ່ວນທ່ານ​​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ​ແດນ​ໝາກ Charlotte Laursen ໃຫ້​ຮູ້​ວ່າ ຫວຽດ​ນາມ​ແມ່ນ​ຕະຫຼາດ​ຊຶ່ງ​ບັນ​ດາ​ນັກ​ລົງ​ທຶນ​ແດນ​ໝາກ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ. ຫວຽດ​ນາມ ແລະ ແດນ​ໝາກ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ​ເພື່ອ​ພັດ​ທະ​ນາ​ສາຍ​ພົວ​ພັນ​ໃຫ້​ດີ​ຍິ່ງໆ​ຂຶ້ນ.
ຂ່າວ/ບົດ​ອື່ນ