ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈໍາຕ່າງປະເທດ

(VOVWORLD) -ວັນທີ 14 ສິງຫາ, ຢູ່ສໍານັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ພົບປະກັບບັນຫາຫົວໜ້າອົງການຕາງໜ້າຫວຽດນາມປະຈໍາຕ່າງປະເທດ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມການທູດຄັ້ງທີ 30.

ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈໍາຕ່າງປະເທດ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ກ່າວຄໍາເຫັນທີ່ການພົບປະ

ກ່າວຄໍາເຫັນທີ່ການພົບປະ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ຊີ້ແຈ້ງວ່າ ໃນສະພາບການໂລກພວມມີການປ່ຽນແປງຢ່າງໄວວາ, ບັນດາພະນັກງານການທູດ ດ້ວຍບົດບາດເປັນຖັນແຖວພະນັກງານປະຕິບັດງານບົນແນວຮົບການພົວພັນຕ່າງປະເທດ, ຄວນສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດສະເໝີຕົ້ນສະປາຍຂອງພັກ, ລັດ, ນັ້ນແມ່ນ “ຫວຽດນາມເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງວົງຄະນະຍາດສາກົນ”. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ:

        “ພວກເຮົາຄວນເປັນເຈົ້າການປະຕິບັດວຽກງານກໍາແໜ້ນສະພາບການ, ການຄ້ົນຄວ້າ, ໄຈ້ແຍກ, ຕີລາຄາ, ຄາດຄະເນກ່ຽວກັບໄພອັນຕະລາຍທີ່ຊ້ອນແຝງ ໃຫ້ເປັນຢ່າງດີ ເພື່ອເປັນເສນາທິການຕໍ່ພັກ, ລັດ ວາງແຜນນະໂຍບາຍ, ມາດຕະການແກ້ໄຂບັນດາຄວາມສ່ຽງ ທີ່ນາບຂູ່ເຖິງຄວາມໝັ້ນຄົງແຫ່ງຊາດ, ປະຊາທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ທັນການ. ຍິ່ງກວ່່າເວລາໃດໝົດ, ບົດຮຽນ “ປ້ອງກັນປະເທດຈາກທາງໄກ, ປ້ອງກັນປະເທດແຕ່ເວລາທີ່ປະເທດຍັງບໍ່ທັນຕົກເຂົ້າສູ່ສະພາບໄພອັນຕະລາຍ” ຄວນໄດ້ຮັບການເຊື່ອມຊຶມຈາກພະນັກງານການທູດແຕ່ລະຄົນ ແລະ ປະຕິບັດໃຫ້ເປັນຢ່າງດີໃນທຸກວຽກງານ. ຕ້ອງມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງການພົວພັນຕ່າງປະເທດ ແລະ ພາຍໃນ, ລະຫວ່າງການທູດຫຼາຍຝ່າຍ ກັບການທູດສອງຝ່າຍ, ລະຫວ່າງການທູດເສດຖະກິດ ກັບການທູດວັດທະນະທໍາ, ໃກ້ຊິດຕິດແທດກັບຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ປ້ອງກັນ ແລະພັດທະນາປະເທດຊາດ”.

ທ່ານປະທານປະເທດກໍໄດ້ສະເໜີມາຍັງບັນດາຫົວໜ້າອົງການຕາງໜ້າ ຈົ່ງເອົາໃຈໃສ່ເຖິງການຍົກສູງຄຸນນະພາບການທູດເສດຖະກິດ, ການທູດວັດທະນະທໍາ, ຂຸດຄົ້ນບັນດາສົນທິສັນຍາການຄ້າເສລີໃໝ່ຢ່າງມີປະສິດທິຜົນ,ເປັນເຈົ້າການໃນການຄົ້ນຄວ້າ,ຍົກອອກບັນດາຂໍ້ລິເລີ່ມຢູ່ບັນດາເວທີປາໄສຫຼາຍຝ່າຍ, ຢູ່ພາກພື້ນ ແລະ ສາກົນ ເພື່ອສະແດງໃຫ້ເຫັນ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະຖານະບົດບາດຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ