ປະທານປະເທດ ເຈີນດ້າຍກວາງ ພົບປະພະນັກງານຄະນະຊາວໜຸ່ມ ດີເດັ່ນ ຮັບລາງວັນ ຫຼີຕຶຈ້ອງ ປີ 2018

(VOVWORLD) -ຕອນເຊົ້າວັນທີ 26 ມີນາ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ພົບປະກັບພະນັກງານຄະນະຊາວໜຸ່ມຜູ້ດີເດັ່ນທົ່ວປະເທດ ທີ່ໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ເປັນກຽດໄດ້ຮັບລາງວັນ ຫຼີຕຶຈ້ອງ  ປີ 2018 ລວມ 87 ຄົນ
ປະທານປະເທດ ເຈີນດ້າຍກວາງ ພົບປະພະນັກງານຄະນະຊາວໜຸ່ມ ດີເດັ່ນ ຮັບລາງວັນ ຫຼີຕຶຈ້ອງ ປີ 2018 - ảnh 1 ທ່ານປະທານປະເທດເຈີນດ້າຍກວາງກ່າວຄຳເຫັນທີ່ການພົບປະ 

    ກ່າວຄຳເຫັນທີ່ການພົບປະ, ຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດເຈີນດ້າຍກວາງ ຕີລາຄາສູງ ເລື່ອງສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີ໋ມິນ ໄດ້ສືບຕໍ່ຮັກສາ ການມອບລາງວັນອັນສູງສົ່ງທີ່ໃສ່ຊື່ຂອງນັກວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຫຼີຕຶຈ້ອງໄວ້ເປັນຢ່າງດີ. ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ:

        “ພະນັກງານ, ສະມາຊິກຄະນະຊາວໜຸ່ມ, ໄວໜຸ່ມແຕ່ລະຄົນຕອ້ງເຊື່ອມຊຶມອຸດົມການເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ, ມີຄຸນສົມບັດທາງດ້ານການເມືອງໝັ້ນຄົງ, ເຂັ້ມແຂງ, ຕ້ອງສືບທອດມູນເຊື້ອຂອງຄົນລຸ້ນກ່ອນໄດ້ປະໄວ້ໃຫ້. ບັນດາສະຫາຍຕ້ອງຈັດຕັ້ງໂຄສະນາເຜີຍແຜ່, ສຶກສາອົບຮົມ, ກຳນົດທິດໃຫ້ແກ່ພະນັກງານຄະນະຊາວໜຸ່ມ, ສະມາຄົມ, ກອງເຍົາວະຊົນໂຮ່ຈີມິນນຳໜ້າ, ສະມາຊິກຄະນະຊາວໜຸ່ມ, ໄວໜຸ່ມ, ອະນຸຊົນ ມຸ່ງໄປເຖິງບັນດາຄຸນຄ່າອັນດີງາມ, ຍາມໃດກໍມີຄວາມໃຝ່ຝັນ ແລະ ຄວາມປາຖະໜາກ້າວຂຶ້ນ, ມີວິຖີຊີວິດທີ່ດີງາມ, ມີຜົນປະໂຫຍດ, ມີຄວາມຮັບຜິດຊອບກັບຕົນເອງ, ຄອບຄົວ ແລະ ສັງຄົມຕາມແນວຄວາມຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ”.

ຕອບກັບ

ຂ່າວ/ບົດ​ອື່ນ