ປະທານປະເທດ ເຈີ່ນດ້າຍກວາງ: “ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງສູງສຸດ, ພັດທະນາປະເທດໄວ, ຍືນຍົງ”

(VOVWORLD) - “ປະເທດຊາດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້, ທ່ວງທ່າ ແລະ ກຳລັງແຮງສັງລວມ, ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນ, 
ປະທານປະເທດ ເຈີ່ນດ້າຍກວາງ: “ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງສູງສຸດ, ພັດທະນາປະເທດໄວ, ຍືນຍົງ” - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

ສ້າງບັນດາປະຖົມປັດໄຈສຳຄັນເພື່ອສືບຕໍ່ປະຕິບັດຈຸດໝາຍ ແລະ ໜ້າທີ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກໄດ້ວາງອອກຢ່າງມີໄຊ”. ນີ້ແມ່ນຄຳແບ່ງປັນຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນການຕອບສະພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດບຸນປີໃໝ່ 2018.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ເປັນຄັ້ງທຳອິດໃນເວລາຫຼາຍປີ, ພວກເຮົາປະຕິບັດສຳເລັດຢ່າງຮອບດ້ານ ແລະ ລື່ນກາຍ 13 ຄາດໝາຍພັດທະນາເສດຖະກິດ - ສັງຄົມໂດຍ ສະພາແຫ່ງຊາດໄດ້ວາງອອກ. ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ລາຍຮັບງົບປະມານ ແລະ ບັນດາຄວາມດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດລ້ວນແຕ່ບັນລຸຕາມຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ. ການເຕີບໂຕ GDP ບັນລຸ 6,81%, ວົງເງິນສົ່ງອອກ- ນຳເຂົ້າບັນລຸ 425 ຕື້ USD, ສູງທີ່ສຸດນັບແຕ່ກ່ອນມາ, ເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸ 35,8 ຕື້ USD, ສູງທີ່ສຸດໃນ 10 ປີມານີ້…   ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ເນັ້ນໜັກວ່າ: ປີ 2017, ແມ່ນປີຂີດໝາຍພິເສດໃນປະຫວັດສາດແຫ່ງການພົວພັນຕ່າງປະເທດຂອງ ຫວຽດນາມ. ກ່ອນອື່ນໝົດ, ນັ້ນແມ່ນຜົນງານດີເດັ່ນຂອງ ປີ APEC ຫວຽດນາມ 2017 ແລະ ກອງປະຊຸມສຸດຍອດ APEC ຄັ້ງທີ 25 ດ້ວຍເລື່ອງ ຫວຽດນາມ ປະຕິບັດບົດບາດເປັນເຈົ້າພາບຢ່າງດີເດັ່ນ, ສ້າງຂີດໝາຍປະຫວັດສາດໃນວິວັດການເຊື່ອມຕໍ່ເສດຖະກິດ - ການເມືອງ ຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ:

        “ສັບປະດາຂັ້ນສູງ APEC ຄັ້ງທີ 25 ໄດ້ນຳ ຫວຽດນາມ ກາຍເປັນຈຸດສຸມໃນຄວາມເອົາໃຈໃສ່ຂອງໂລກ. ການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາການນຳເສດຖະກິດ APEC ແລະ ການນຳ 3 ປະເທດແຂກຖືກເຊີນແມ່ນ ລາວ, ກຳປູເຈຍ ແລະ ມຽນມາ ທີ່ສັບປະດາຂັ້ນສູງ APEC ໄດ້ສະແດງໃຫ້ເຫັນທີ່ຕັ້ງຍຸດທະສາດ, ບົດບາດອັນໃຫຍ່ຫຼວງຂອງ ຫວຽດນາມ ໃນພາກພື້ນ, ການໃຫ້ຄຳໝັ້ນສັນຍາຂອງບັນດາພື້ນຖານເສດຖະກິດສະມາຊິກສຳລັບວິວັດທະນາການຮ່ວມມື APEC, ກໍ່ຄືຄວາມເອົາໃຈໃສ່ຂອງປະຊາຄົມສາກົນສຳລັບ APEC ແລະ ຫວຽດນາມ. ບັນດາການນຳເສດຖະກິດ APEC ລ້ວນແຕ່ຕີລາຄາສູງບົດບາດຂອງປະເທດເຈົ້າພາບຂອງພວກເຮົາ ໃນການນຳພາ, ລິເລີ່ມແນວຄວາມຄິດ, ຂໍ້ລິເລີ່ມຫຼາຍຢ່າງເພື່ອນຳ APEC ໄປສູ່ຄວາມເຫັນດີເຫັນພ້ອມໃນຫຼາຍບັນຫາ ແລະ ມຸ່ງໄປເຖິງການສ້າງອະນາຄົດລວມ.”

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຂໍ້ສັງເກດວ່າ: ປີ 2018 ແມ່ນປີບານພັບຂອງແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016 – 2020. ສະພາແຫ່ງຊາດໄດ້ຮັບຮອງເອົາບັນດາຄາດໝາຍຕົ້ນຕໍກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ປີ 2018, ໃນນັ້ນການເຕີບໂຕ GDP ໄດ້ກຳນົດຢູ່ໃນລະດັບ 6,5 – 6,7%; ສືບຕໍ່ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້; ສ້າງການຫັນປ່ຽນຢ່າງຈະແຈ້ງໃນການປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ, ປ່ຽນໃໝ່ຮູບແບບການເຕີບໂຕ ຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບການອອກແຮງງານ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ