ປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາຈະຢ້ຽມຢາມທາງລັດຖະກິດ ຍີ່ປຸ່ນ

(VOVWORLD) - ເຈົ້າຊີວິດ Akihito ແລະ ພະມະເຫສີ ຈະຕ້ອນຮັບ ແລະ ຈັດງານລ້ຽງຂ່ຳນັບຮັບຕ້ອນທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ.

ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະບານ ຍີ່ປຸ່ນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາຈະໄປຢ້ຽມຢາມທາງລັດຖະກິດ ເຖິງຍີ່ປຸ່ນ ແຕ່ວັນທີ 29 ພຶດສະພາ ຫາວັນທີ 2 ມິຖຸນາ. ຢູ່ຍີ່ປຸ່ນ, ເຈົ້າຊີວິດ Akihito ແລະ ພະມະເຫສີ ຈະຕ້ອນຮັບ ແລະ ຈັດງານລ້ຽງຂ່ຳນັບຮັບຕ້ອນທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ຈະມີການເຈລະຈາກັບນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

ຕອບກັບ

ຂ່າວ/ບົດ​ອື່ນ